ປະທານປະເທດ ມອບສານຕາຕັ້ງ ໃຫ້ທູດລາວ ໄປປະຈໍາການຢູ່ຕ່າງປະເທດ

0
99

ຂປລ. ໃນວັນທີ 7 ກັນຍາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ເພື່ອໄປປະຈໍາການຢູ່

ຕ່າງປະເທດ ຄື: ທ່ານ ສົງການ ຫລວງມຸນິນທອນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສ ເກົາຫລີ; ທ່ານ ດວງມະນີ ຍອດສີອຸດົມ ເອກອັກຄະ

ລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ອັງກິດ; ທ່ານ ໄມບົວ ໄຊຍະວົງເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ເຢຍລະມັນ; ທ່ານ ແກ້ວ ມັກຄະ

ຜົນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສປປ ເກົາຫລີ;ທ່ານ ບຸນມີ ວັນມະນີ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ອິນເດຍ ແລະ ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ຟີລິບປິນ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາເອກອັກຄະລັດຖະທູດ ທັງ 6 ທ່ານ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່

ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ກັບຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ສ້າງ

ຄວາມເປັນມິດກັບທຸກປະເທດ, ທຸກອົງການຈັດຕັ້ງທີ່ຕົນປະຕິບັດໜ້າທີ່ການທູດຢູ່ປະເທດນັ້ນໆ, ພ້ອມຫວັງວ່າ ບັນດາເອກອັກຄະລັດຖະທູດ ຈະປະຕິບັດຕາມໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສຳເລັດ ແລະ ເດີນທາງໄປປະຕິບັດໜ້າທີ່ດ້ວຍຄວາມສະຫວັດດີພາບ.

ຂ່າວ: ກິດຕາ
ພາບ: ຂັນໄຊ