ໂຮງກັ່ນນ້ຳມັນບໍລິສັດເປໂຕຼລາວໄລຍະ 1 ມີກຳລັງການຜະລິດ 1 ລ້ານໂຕນຕໍ່ປີ

0
84

ໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນຂອງບໍລິສັດ ເປໂຕຼລາວ ຈໍາກັດໃນໄລຍະ 1 ມີກໍາລັງການຜະລິດ 1 ລ້ານໂຕນຕໍ່ປີ, ຫາກສ້າງສຳເລັດທັງ 3 ໄລຍະຕາມແຜນການຈະມີກຳລັງການຜະລິດທັງໝົດ3ລ້ານໂຕນຕໍ່ປີ.

ທ່ານ WANG DENG TAO ຮອງຜູ້ອຳນວຍການ ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ລາຍງານໃຫ້ທ່ານ ດາວວົງ ພອນເເກ້ວ ລັດຖະມົນຕີກະຊວງພະລັງງານ ເເລະ ບໍ່ເເຮ່ ໃນໂອກາດເດີນທາງຢ້ຽມຢາມໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນຂອງບໍລິສັດ ເປໂຕຼລາວ ຈໍາກັດເມື່ອວັນທີ 05 ກັນຍາ 2022 ວ່າ: ບໍລິສັດ ເປໂຕຼລາວ ຈໍາກັດ ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນກັນຍາ ປີ 2014 ເຊິ່ງເປັນບໍລິສັດຮ່ວມ

ທຶນລະຫວ່າງ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານ (YCIH) ສປ ຈີນ, ບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟລາວ (LSFC) ແລະ ວິສະຫະກິດຂອງຝ່າຍຈີນ ມີຊື່ຫຍໍ້ວ່າ ບໍລິສັດ ເປໂຕຼລາວ ຈຳກັດ ເພື່ອດຳເນີນກິດຈະການເປັນໂຮງກັ່ນນໍ້າມັນເຊື້ອໄຟ ແລະ ເຄມີພັນ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດກວມລວມໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍມີທຶນຈົດ ທະບຽນ 36.960.000

ໂດລາມີຄວາມສາມາດກັ່ນນໍ້າມັນໄດ້ 3 ລ້ານໂຕນຕໍ່ປີ. ໂຮງງານດັ່ງກ່າວໄດ້ດຳເນີນການກໍ່ສ້າງ ແລະແບ່ງການດໍາເນີນງານອອກເປັນ 3 ໄລຍະ ເຊິ່ງປະຈຸບັນ ສໍາເລັດການກໍ່ສ້າງໄລຍະທີ່ 1 ທີ່ມີກໍາລັງການຜະລິດ 1 ລ້ານໂຕນ/ປີ ບົນພື້ນຖານນີ້ ທີ່ສາມາດພັດທະ ນາໂຄງການໄລຍະທີ 2 ແລະ ໂຄງການ ໄລຍະທີ 3 ຈະໃຊ້ເວລາໃນການພັດ ທະນາ ທັງ 3 ໄລຍະຕາມແຜນ ປະມານ 10 ປີ.

ປັດຈຸບັນ, ໂຮງກັ່ນນໍ້າມັນ ເປໂຕຼລາວ ຈຳກັດ ຍັງບໍ່ທັນຈໍາໜ່າຍນໍ້າມັນທີ່ຜະລິດແລ້ວອອກສູ່ສັງຄົມໃຫ້ໄດ້ຊົມໃຊ້ໄດ້ເທື່ອ ເພາະວ່າໂຄງສ້າງລາຄາຈໍາໜ່າຍນໍ້າມັນ ສະເພາະຂອງບໍລິສັດຍັງບໍ່ທັນໄດ້ສໍາເລັດ ແລະ ຖືກຮັບຮອງຈາກລັດຖະບານ.

ໂອກາດນີ້, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດແຜນການດຳເນີນກິດຈະການຂອງບໍລິສັດສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນການກໍ່ສ້າງພື້ນ ຖານໂຄງລ່າງ, ໂຮງງານ, ການຕິດຕັ້ງອຸປະກອນ ແລະ ເຄື່ອງຈັກການຜະລິດໄລຍະທີ 1 ສຳເລັດໂດຍພື້ນຖານ.ນີ້ແມ່ນໂຮງງານກັ່ນນໍ້າມັນແຫ່ງທີ 2 ຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກ ລັດຖະບານລາວ ເພື່ອດໍາເນີນທຸລະກິດກັ່ນນໍ້າມັນດິບໃຫ້ເປັນນໍ້າມັນສຳເລັດຮູບ.

ຂ່າວ-ພາບ: ສູນຂ່າວສານພະລັງງານ ແລະບໍ່ແຮ່