ພິທີວາງສີລາລຶກໂຄງການກໍ່ສ້າງ ສະໂມສອນ ປກສ ກຸ່ມຫຼັງຄັງ

    0
    186

    ພິທີວາງສີລາລຶກໂຄງການກໍ່ສ້າງ ສະໂມສອນ ປກສ ກຸ່ມຫຼັງຄັງ ເມືອງບົວລະພາ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມາ, ໂດຍມີ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ສປປ ລາວ ແລະ ພັອ ຈິ໋ງແທັງບິ່ງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງກວາງບິ່ງ ສສ ຫວຽດນາມ, ມີຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ, ຫົວໜ້າບໍລິສັດກໍ່ສ້າງ ຕະຫຼອດຮອດພະນັກງານພາຍໃນກຸ່ມຫຼັງຄັງ ເຂົ້າຮ່ວມ.

    ໂຄງການກໍ່ສ້າງ ສະໂມສອນ ປກສ ກຸ່ມຫຼັງຄັງ ແມ່ນສ່ວນໜຶ່ງຂອງແຜນການຂະຫຍາຍສັນຍາຮ່ວມມື ໃນການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ຄັ້ງທີ XIII ປະຈຳປີ 2022 ໃນວັນທີ 28 ມິຖຸນາ 2022 ພ້ອມທັງເປັນການຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາຮ່ວມມືມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022); ໂດຍໂຄງການດັ່ງກ່າວ ແມ່ນທຶນຊ່ວຍເຫຼືອຈາກແຂວງກວາງບິ່ງ ສສ ຫວຽດນາມ ຈໍານວນ 750 ລ້ານດົງ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ຂອງໜ້າທີ່ວຽກງານຂອງສອງປະເທດ ລາວ-ຫວຽດນາມ.

    ພາຍຫຼັງສຳເລັດພິທີໃນການວາງສີລາລຶກ ກໍໄດ້ມີການຊ້ວນດິນ ເພື່ອເປັນການເປີດພິທີຢ່າງເປັນທາງການ, ນຳພາໂດຍ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ສປປ ລາວ ແລະ ພັອ ຈິ໋ງແທັງບິ່ງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງກວາງບິ່ງ ສສ ຫວຽດນາມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.