ສະຫາຍ ພັນໂທ ສູນທະລາ ພັນທະວົງ ຮອງພະແນກອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ,ຜູ້ຊ່ວຍວຽກດ້ານພະລາທິການພາກສະໜາມ ໃນບັ້ນເຝິກຊ້ອມ ກອບກູ້ໄພພິບັດ ຮ່ວມ 3 ກອງທັບ ໃຫ້ຮູ້ວ່າ
ວຽກງານຮັບປະກັນການກິນຢູ່-ນຸ່ງອຸ່ນ
ໃນບັ້ນຮັບໃຊ້ເຝິກຊ້ອມ ກອບກູ້ໄພພິບັດ ຮ່ວມ 3 ກອງທັບແມ່ນວຽກງານໜຶ່ງທີ່ສຳຄັນເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງທັບ-ລ້ຽງດູທັບ ແນໃສ່ຮັບປະກັນເຮັດໃຫ້ ພະນັກງານ-ນັກຮົບ ຕະຫລອດເຖິງ ນັກເຝິກຊ້ອມ ໄດ້ກິນອີ່ມ-ນຸ່ງອຸ່ນ, ມີສຸຂະພາບແຂງແຮງ ກຽມພ້ອມປະຕິບັດໜ້າທີ່-ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສຳເລັດຜົນເປັນຢ່າງດີ ເວົ້າສະເພາະຢູ່ໃນບັ້ນກະກຽມເຝິກຊ້ອມໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກໍາປູເຈຍ)
.
ພວກເຮົາໄດ້ປະຕິບັດຕາມທິດນຳຂອງກົມໃຫຍ່ພະລາທິການ ກອງທັບ ກໍຄື ກະຊວງປ້ອງກັນປະເທດ, ວ່າດ້ວຍການເບິກຈ່າຍເຄື່ອງອຸປະໂພກ ຕາມອັດຕາ ແລະ ຈໍານວນທີ່ຂັ້ນເທິງຕົກລົງ,ຜ່ານການຈັດຕັ້ງປະຕິບັດຕົວຈິ່ງພວກເຮົາສາມາດຮັບປະກັນການເບີກຈ່າຍໄດ້ 100%, ພ້ອມດຽວກັນນີ້ ກໍໄດ້ປັບປຸ່ງສະຖານທີ່ພັກເຊົ່າໃຫ້ແກ່ກຳລັງເພື່ອນມີຄວາມສະອາດຈົບງາມ,
ສ່ວນດ້ານບໍລິໂພກ ກໍໄດ້ຈັດຕັ້ງເອື້ອຍລ້ຽງຈຳນວນໜຶ່ງ ແລະ ແບ່ງໜ້າທີ່ໃຫ້ແຕ່ລະສະຫາຍຮັບຜິດຊອບແຕ່ລະໜ້າວຽກງານເພື່ອຮັບປະກັນ ການກິນຢູ່ ໃຫ້ຖືກກັບຫລັກອະນາໄມ ເຮັດໃຫ້ ພະນັກງານ-ນັກຮົບ ກໍຄື ນັກເຝິກຊ້ອມ ມີສຸຂະພາບທີ່ດີ ແລະ ມີຄວາມແຂງແຮງເຂັ້ມແຂງ ເພື່ອພ້ອມກັນຮັບໃຊ້ໃນບັ້ນເຝິກຊ້ອມຄັ້ງນີ້ສຳເລັດຕາມເປົ້າໝາຍ.
ສະຫາຍ ຮ້ອຍຕີ ນາງ ລຳພັນ ຫລວງອາໄພ ເອື້ອຍລ້ຽງມາ ຈາກ ວພກ ໃຫ້ຮູ້ວ່າ: ຫລັງຈາກໄດ້ຮັບການມອບໝາຍໜ້າທີ່ ຈາກຂັ້ນເທິງ ພວກເຮົາກໍໄດ້ ເອົາໃຈໃສ່ ຈັດຕັ້ງຜັດປ່ຽນກັນປຸ່ງແຕ່ງອາຫານ 3 ຄາບຕໍ່ມື້ ( ເຊົ້າ,ສວາຍ,ແລງ ( ເພື່ອຮັບປະກັນໃຫ້ອ້າຍນ້ອງໄດ້ກິນອາຫານທີ່ ສະອາດ ສົດ ຮ້ອນ,ພ້ອມທັງຮັບປະກັນຖືກຕ້ອງຕາມຫລັກການອະນາໄມ ແນໃສ່ຮັບປະກັນໃຫ້ທຸກສະຫາຍ ມີສຸຂະພາບທີ່ດີ ແລະ ປະຕິບັດໜ້າທີ່ໃຫ້ສຳເລັດຕາມການມອບໝາຍ.