ລ່າສຸດ ວັດແຈ້ງສະຫວ່າງໄດ້ນຳເງິນບໍລິຈາກມາມອບໃຫ້ ຈົວນ້ອຍ 2 ອົງເພີ່ມ ລວມທີ່ມອບກ່ອນໜ້ານີ້ ເປັນເງິນທັງໝົດ 56 ລ້ານກີບ

0
98

ຂ່າວຫລ້າສຸດ ວັນທີ 6 ກັນຍາ 2022 ວັດແຈ້ງສະຫວ່າງໄດ້ນຳເງິນບໍລິຈາກມາມອບໃຫ້ ຈົວນ້ອຍທັງສອງອົງເພີ່ມ ລວມທັງທີ່ມອບກ່ອນໜ້ານີ້ ເປັນເງິນທັງໝົດ 56 ລ້ານກີບ.​

ແລງວັນທີ 6 ກັນຍາ 2022 ພະ ສຸກສະຫວັນ ວົງສະຫວັດ ເຈົ້າຂອງບັນຊີ ທີ່ເປີດຮັບບໍລິຈາກເງິນຊ່ວຍເຫລືອຄ່າປິ່ນປົວ ຈົວນ້ອຍ 2 ອົງ ທີ່ເກີດອຸບັດຕິເຫດຖືກລົດຕຳ ແລະ ເປັນແອັດມິນເຟສບຸກວັດບ້ານແຈ້ງສະຫວ່າງ ໄດ້ນຳເງິນທີ່ໄດ້ຮັບບໍລິຈາກມາມອບໃຫ້ຈົວນ້ອຍເພີ່ມ ແລະ ລວມທັງເງິນທີ່ມອບແລ້ວກ່ອນໜ້ານີ້ ລວມທັງໝົດ ຈຳນວນ 56.000.000 ກີບ.

ຈຳນວນທັງໝົດ 56.​000.000 ກີບ ໄດ້ແບ່ງມອບໃຫ້ພໍ່ແມ່ຈົວນ້ອຍທັງ 2 ອົງເພື່ອເປັນການຄ່າປິ່ນປົວ ຄື: 1.ໄດ້ມອບເງິນ 30.000.000 ກີບ ໃຫ້ຈົວດົງ ທີ່ໄດ້ຮັບບາດເຈັບໜັກ ແລະ
2.ໄດ້ມອບຈຳນວນເງິນລວມ 26.000.000 ກີບ ໃຫ້ຈົວຕີ່ ທີ່ໄດ້ຮັບບາດເຈັບສົມຄວນ.

ທາງວັດໄດ້ແຈ້ງວ່າເງິນທີ່ໄດ້ຮັບທັງໝົດນັບແຕ່ມື້ເປີດຮັບບໍລິຈາກຈົນຮອດມື້ປິດຮັບບໍລິຈາກ ແມ່ນມີຍອດເງິນລວມທັງໝົດຈຳນວນ 56.000.000 ກີບ ໄດ້ນຳມາມອບໃຫ້ຈົວນ້ອຍທັງສອງໝົດແລ້ວ.​ ແຕ່ບໍ່ສາມາດນຳສະເຕດເມັນບັນຊີດັ່ງກ່າວມາເປີດເຜີຍຕໍ່ສັງຄົມໄດ້.

ສຳລັບຜູ້ເປັນພໍ່ແມ່ ແລະ​ ຄອບຄົວໄດ້ຝາກສະແດງຄວາມຂອບອົກຂອບໃຈມາຍັງສັງຄົມຜູ້ໃຈບຸນທັງຫລາຍທີ່ໄດ້ເມດຕາໃຫ້ການຊ່ວຍເຫລືອ​ໃນຄັ້ງນີ້.​ສ່ວນບັນຫາອື່ນໆທີ່ສັງຄົມຄາໃຈເຊັ່ນປະເດັນການລຶບໂພສ,​ ການປ່ຽນເຟສ, ການມີ 2 ເຟສ, ການໂອນເງິນຈາກບັນຊີໜຶ່ງໄປບັນຊີໜຶ່ງ….​ຈະມີການຊີ້ແຈງໃນຂ່າວຕໍ່ໄປ

ທີ່ມາ ໜັງສືພິມລາວພັດທະນາ