ຕອນບ່າຍ ວັນທີ 5 ກັນຍາ 2022 ນີ້ ຍັງມີຫລາຍພາກສ່ວນ ສືບຕໍ່ນຳເອົາວັດຖຸ – ປັດໃຈ ຈໍານວນຫນຶ່ງ ເຂົ້າມອບໃຫ້ການນຳແຂວງອຸດົມໄຊ ເພື່ອສືບຕໍ່ນຳໄປຊຸກຍູ້, ຊ່ວຍເຫລືອ ແລະ ແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ 3 ເມືອງ ຄື ເມືອງຫລາ, ເມືອງນາຫມໍ້ ແລະ ເມືອງໄຊ ແຂວງອຸດົມໄຊ.
ພາກສ່ວນທີ່ມາມອບໃນຄັ້ງນີ້ ປະກອບມີ ທັງນັກທຸລະກິດ – ຜູ້ປະກອບການ ເປັນຕົ້ນແມ່ນ ບໍລິສັດໄຊຈະເລີນຊັບ ການລົງທຶນຈໍາກັດ ມອບເງິນສົດຈຳນວນ 50 ລ້ານກີບ, ບໍລິສັດ ໄຊອິນເຕີ
ຂາອອກ – ຂາເຂົ້າ ຈໍາກັດ 20 ລ້ານກີບ, ຄອບຄົວທ່ານ ບຸນເພັດ ລັດຕະນະ 10 ລ້ານກີບ ແລະ ບໍລິສັດ ສາລິການ ຂາອອກ – ຂາເຂົ້າ ຈໍາກັດ ມອບນໍ້າດື່ມຈໍານວນ 500 ແພັກ ລວມເປັນມູນຄ່າທັງຫມົດ 20 ລ້ານກີບ. ຕາງຫນ້າ ການນຳແຂວງອຸດົມໄຊ ຮັບໂດຍທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນ ທີ່ໃຫ້ການຊ່ວຍເຫລືອ ທັງວັດຖຸ ແລະ ປັດໃຈ ແລະ ການນຳແຂວງ ຈະນໍາເອົາວັດຖຸ
ປັດໃຈ ດັ່ງກ່າວ ໄປນໍາໃຊ້ເຂົ້າໃນການລົງເຄື່ອນໄຫວ ຕິດຕາມ, ຊຸກຍູ້, ຊ່ວຍເຫລືອ ແລະ ແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃຫ້ທົ່ວເຖິງ ແລະ ທັນກັບສະພາບການ.
ຈາກນັ້ນ ທ່ານບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ຍັງໄດ້ມອບໃບຍ້ອງຍໍ ໃຫ້ບັນດາພາກສ່ວນທີ່ໃຫ້ການຊ່ວຍເຫລືອແກ່ຜຸ້ປະສົບໄພຕື່ມອີກ.