ຄູ່ຮັກສາຍບຸນ ໂຢໂຢ້-ອາລີ້ ຕາງໜ້າມອບເຂົ້າສານ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ເມືອງຫລາ ແຂວງອຸດົມໄຊ

    0
    119

    ຄູ່ຮັກນັກບຸນ ໂຢ້ໂຢ້ ວານິພອນ ພູມີໄຊ Miss vientiane2017, Miss Tourism Queen Laos 2018, 2nd Miss Universe Laos 2021 ແລະ ໜຸ່ມ ອາລີ້ ທະນູພົນ ໄຊຖາວອນ Mister International Laos 2019 ຕາງໜ້າ ບໍລິສັດ ລາວກອດລາວ ເດີນທາງມອບການຊ່ວຍເຫລືອໃຫ້ກັບຜູ້ປະສົບໄພນ້ຳຖ້ວມທີ່ເມືອງຫລາ ແຂວງອຸດົມໄຊ ເປັນໂມເມັ້ນດີໆອີກໜຶ່ງຢ່າງທີ່ຮ່ວມກັນສ້າງ ແລະ ມອບສົ່ງຕໍ່

    ໂດຍທັງສອງບອກວ່າ ຮູ້ສຶກພາກພູມໃຈທີ່ໄດ້ມີສ່ວນຮ່ວມຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມທີ່ເມືອງຫລາ, ແຂວງອຸດົມໄຊໃນຄັ້ງນີ້ ໃນການເດີນທາງມາສຳພັດກັບສະພາບການຕົວຈິງເຫັນໄດ້ວ່າປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດແມ່ນຍັງມີຄວາມຕ້ອງການສິ່ງຈຳເປັນໃນການດຳລົງຊີວິດໃນຫລາຍດ້ານ

    ເຮົາ 2 ຄົນຕາງໜ້າໃຫ້ແກ່ບໍລິສັດ ລາວກອດລາວໄດ້ປະກອບສ່ວນຊ່ວຍເຫລືອເປັນເຂົ້າສານຈຳນວນ 2 ໂຕນແຈກຢາຍໃຫ້ກັບປະຊາຊົນໃນພື້ນທີ່ດັ່ງກ່າວເພື່ອເປັນສ່ວນໜຶ່ງໃນການສ້າງກຳລັງໃຈໃຫ້ພວກເຂົາຜ່ານຜ່າວິກິດໃນຊີວິດຄັ້ງນີ້ໄປໄດ້ດ້ວຍດີ.

    ບໍລິສັດ ລາວກອດລາວ ແມ່ນບໍລິສັດໃຫ້ບໍລິການຂໍ້ມູນຂ່າວສານດ້ານການທ່ອງທ່ຽວໃນລາວ, ສຳລັບບັນດາທ່ານທີ່ສົນໃຈໃຊ້ບໍລິການສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ລາວກອດລາວ Laos Hug Laos


    ຄູ່ຮັກສາຍບຸນ ໂຢໂຢ້-ອາລີ້ ຕາງໜ້າມອບເຂົ້າສານ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ເມືອງຫລາ ແຂວງອຸດົມໄຊ


    ຄູ່ຮັກສາຍບຸນ ໂຢໂຢ້-ອາລີ້ ຕາງໜ້າມອບເຂົ້າສານ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ເມືອງຫລາ ແຂວງອຸດົມໄຊ


    ຄູ່ຮັກສາຍບຸນ ໂຢໂຢ້-ອາລີ້ ຕາງໜ້າມອບເຂົ້າສານ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ເມືອງຫລາ ແຂວງອຸດົມໄຊ


    ຄູ່ຮັກສາຍບຸນ ໂຢໂຢ້-ອາລີ້ ຕາງໜ້າມອບເຂົ້າສານ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ເມືອງຫລາ ແຂວງອຸດົມໄຊ


    ຄູ່ຮັກສາຍບຸນ ໂຢໂຢ້-ອາລີ້ ຕາງໜ້າມອບເຂົ້າສານ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ເມືອງຫລາ ແຂວງອຸດົມໄຊ


    ຄູ່ຮັກສາຍບຸນ ໂຢໂຢ້-ອາລີ້ ຕາງໜ້າມອບເຂົ້າສານ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ເມືອງຫລາ ແຂວງອຸດົມໄຊ

    ຂໍ້ມູນຈາກ: ວາລະສານເທວາ Theva Magazine,

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.