ສະຫະພັນ ນັກທຸລະກິດຍິງ ແຂວງອຸດົມໄຊ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ ເມືອງຫລາ

0
90

ສະຫະພັນ ນັກທຸລະກິດຍິງ ແຂວງອຸດົມໄຊ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ ເມືອງຫລາຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ສະຫະພັນ ນັກທຸລະກິດຍິງ ແຂວງອຸດົມໄຊ ໄດ້ລະດົມວັດຖຸ-ປັດໄຈ ແລະ ເງິນສົດຈຳນວນໜຶ່ງ ໄປແຈກຍາຍໃຫ້ປະຊາຊົນທີ່ປະສົບໄພນ້ຳຖ້ວມໃນຄັ້ງວັນທີ 26 ສິງຫາ ຜ່ານມາ ໂດຍສະເພາະແມ່ນປະຊາຊົນບ້ານ ສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍ

ຫລາ ເມືອງຫລາ ເຊິ່ງ 3 ບ້ານດັ່ງກ່າວ ມີຫລາຍຄອບຄົວທີ່ໄດ້ຮັບຜົນເສຍຫາຍໜັກ ເປັນຕົ້ນ ເຮືອນ ແລະ ວັດຖຸສິ່ງຂອງເຄື່ອງໃຊ້ຕ່າງໆ ແມ່ນຖືກນໍ້າພັດໄຫລ.

ດັ່ງນັ້ນ, ກຸ່ມສະຫະພັນນັກທຸລະກິດຍິງ ແຂວງອຸດົມໄຊ ແລະ ຈໍານວນໜຶ່ງຈາກນະຄອນຫລວງວຽງຈັນ ແລະ ພາຍໃນແຂວງ ຈຶ່ງໄດ້ລະດົມທຶນ, ວັດຖຸ-ປັດໄຈ ເພື່ອໄປມອບໃຫ້ແກ່ປະຊາຊົນ ເພື່ອແບ່ງເບົາຄວາມທຸກ ແລະ ເປັນກຳລັງໃຈໃຫ້ແກ່ປະຊາຊົນ ໃນຍາມວິກິດ ໃຫ້ມີກຳລັງໃຈສູ້ຕໍ່ ເຊິ່ງເຄື່ອງທີ່ນໍາມາມອບຄັ້ງນີ້, ປະກອບມີ: ເຄື່ອງອຸປະໂພກ -ບໍລິໂພກ ພ້ອມດ້ວຍວັດຖຸປັດໄຈອື່ນໆ ເພື່ອບັນເທົາທຸກ.

ນອກຈາກນີ້, ຍັງໄດ້ມອບນໍ້າດື່ມ ແລະ ອາຫານຈໍານວນໜຶ່ງໃຫ້ແກ່ທະຫານ ແລະ ໜ່ວຍງານອື່ນໆ ທີ່ກຳລັງປະຕິບັດໜ້າທີ່ຂອງຕົນ ເພື່ອຊ່ວຍຜູ້ປະສົບໄພຕື່ມອີກ. ລວມມູນຄ່າ 18,5 ລ້ານກີບ ໂດຍມີທ່ານເຈົ້າເມືອງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງເຂົ້າຮ່ວມ. ຈາກນັ້ນ, ກຸ່ມສະຫະພັນນັກທຸລະກິດຍິງ ແຂວງອຸດົມໄຊ ຍັງຈະໄດ້ສືບຕໍ່ມອບເຄື່ອງຊ່ວຍເຫລືອຢູ່ເມືອງໄຊ ແລະ ເມືອງນາໝໍ້ ຕື່ມອີກ.

ຂ່າວ: ແສງອາທິດ