ເຈົ້າໜ້າທີ່ໄທ ທຳລາຍ ແຫລ່ງຜະລິດ ນ້ຳສະໜູນໄພ ປະສົມສານສະເຕລອຍ ທີ່ອັນຕະລາຍເຖິງຊີວິດ

0
117

ຕຳຫລວດປະເທດໄທ ທຳລາຍ ແຫລ່ງຜະລິດ ນ້ຳສະໜູນໄພ ປະສົມສານສະເຕລອຍ ທີ່ອັນຕະລາຍເຖິງຊີວິດ

ໃນວັນທີ 29 ສິງຫາ 2022 ກອງບັນຊາການຕຳຫລວດສອບສວນສູນກາງປະເທດໄທ ໂດຍທ່ານ ພົນຕຳຫລວດໂທ ຈິດພົບ ພູລິເດດ ຜູ້​ບັນຊາ​ການ​ໃຫຍ່​ຕຳຫຼວດ​ແຫ່ງ​ລາຊະ​ອານາຈັກ​ໄທ ,ພົນຕຳຫລວດຕີ ນັດທະສັກ ເຊົາວະນາໄຊ ຮອງຜູ້ບັງຄັບບັນຊາກອງທັບບົກໄທ, ພົນຕຳຫລວດຕີ ອະນັນ ນານາສົມບັດ ຜູ້ບັງຄັບການປາບປາມການກະທຳຄວາມຜິດກ່ຽວກັບການຄຸ້ມຄອງຜູ້ບໍລິໂພກ

,ພົນຕຳຫລວດເອກ ທາລາກອນ ເລີດພອນຈະເລີນ ຮອງກອງບັງຄັບການປາບປາມການກະທຳຄວາມຜິດກ່ຽວກັບອາດຊະຍາກຳທາງເທັກໂນໂລຊີ ແລະ ດຣ ສຸຣາໂຊກ ຕ່າງວິວັດ ຮອງເລຂາທິການຄະນະກຳມະການອາຫານ ແລະ ຢາ ຮ່ວມກັນຖະແຫລ່ງຜົນການປະຕິບັດງານກໍລະນີຂະຫຍາຍຜົນການທຳລາຍແຫລ່ງຜະລິດຢານ້ຳສະໝູນໄພ ປະສົມສານສະເຕລອຍ ແລະ ແຫລ່ງຜະລິດຕະພັນສະໝູນ
ໄພທີ່ບໍ່ໄດ້ມາດຕະຖານ ໂດຍຍຶດຂອງກາງໄດ້ 49 ລາຍການ.

ສານສະເຕລອຍໄດ້ຮັບການຮ້ອງຮຽນເຂົ້າມາຢ່າງຕໍ່ເນື່ອງ ໃນເດືອນມິຖຸນາ ພົບວ່າມີປະຊາຊົນບໍລິໂພກຢາ ກາປູ່ແດງ ແລ້ວໄດ້ຮັບຜົນຂ້າງຄຽງຈົນເກີດພາວະ ຫົວກະດູກສະໂພກຂາດເລືອດ

(Avascular necrosis) ເຈົ້າໜ້າທີ່ຕຳຫລວດຈຶ່ງໄດ້ເຂົ້າສືບສວນຂະຫຍາຍຜົນເພີ່ມເຕີມ ຈົນຮູ້ເຖິງແຫລ່ງຜະລິດ ແລະ ຈຳໜ່າຍນ້ຳສະໝູນໄພປະສົມສານສະເຕລອຍໃນ ຈັງຫວັດ ຂອນແກ່ນ ໃນວັນທີ 24 ສິງຫາ ທີ່ຜ່ານມາ ໄດ້ພົບແຫລ່ງຜະລິດ 2 ຈຸດຄື: ຈຸດທີ 1 ມີ ຈຳນວນ 33 ລາຍການ ຈຸດທີ 2 ມີ 14 ລາຍການ ໂດຍທັງ 2 ຈຸດພົບຂອງກາງ ນ້ຳສະໝູນໄພ 725 ຂວດ, ຢາເມັດກຸ່ມສະເຕລອຍ 14,000 ເມັດ

ດຣ ສຸຣາໂຊກ ຕ່າງວິວັດ ໃຫ້ຮູ້ວ່າ: ສັບພະຄຸນຂອງສານສະເຕຮອຍທີ່ມີລິດຕ້ານການອັກເສບ ແລະ ກົດພູມຕ້ານທານຂອງຮ່າງກາຍ ສາມາດຮັກສາອາການເຈັບປ່ວຍຕ່າງໆໄດ້ຢ່າງວ່ອງໄວ ຄົນທີ່ຖືກເປັນເຫຍື່ອສ່ວນໃຫຍ່ເປັນຜູ້ເຖົ້າທີ່ຊອກຊຶ້ຢາກິນເອງ ໃຊ້ກົນລະຍຸດອ້າງວ່າເປັນສະໝູນໄພ ໃຊ້ຮັກສາ ສາລະພັດພະຍາດ ເປັນຕົ້ນແມ່ນ: ກະດູກທັບເສັ້ນ, ປາຍປະສາດອັກເສບ, ມືນຊາ ເຈັບຫລັງ,

ເຈັບແອວ ປວດຂໍ້, ປວດເຂົ່າ, ອຳມະພຶກ, ອຳມະພາດ ເມື່ອກິນເຂົ້າໄປແລ້ວຈະເຫັນຜົນໃນໄລຍະທຳອິດ ແຕ່ຫາກໃຊ້ຕໍ່ເນື່ອງເປັນເວລາດົນກໍຈະມີອາການຜິດປົກກະຕິສາມາດສັງເກດໄດ້ວ່າມີ ໃບໜ້າກົມ, ເບັງ, ມີໂໜກແກ້ມ, ຕົນໂຕບວມ ແລະ ໄຕວາຍ ຖ້າຢຸດກະທັນຫັນຈະເຮັດໃຫ້ຊ໋ອກໄດ້