ລາວມີຜູ້ເສຍຊີວິດໃໝ່ຈາກໄຂ້ຍຸງລາຍອີກ 1 ຄົນ ທີ່ເມືອງສະໜາມໄຊ ແຂວງອັດຕະປື

0
143

ອີງຕາມຈາກການລາຍງານຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 30 ສິງຫາ 2022 ມີຜູ້ເສຍຊີວິດໃໝ່ 1 ຄົນ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ແລະ ທົ່ວປະເທດ ຕິດເຊືື້ອສະສົມເພີ່ມ 21,370 ກໍລະນີ, ຕິດເຊື້ອເພີ່ມຂຶ້ນ 205 ຄົນ ແລະ ໄດ້ມີຜູ້ເສຍຊີວິດສະສົມ 18 ຄົນ. ຕົວເລກຜູ້ເສຍຊີວິດໃນທົ່ວປະເທດຄື:

ນະຄອນຫຼວງ ວຽງຈັນ 5 ຄົນ, ແຂວງ ອັດຕະປື 5 ຄົນ, ແຂວງ ສາລະວັນ 3 ຄົນ, ແຂວງ ອຸດົນໄຊ 1 ຄົນ , ແຂວງ ຊຽງຂວາງ 2 ຄົນ , ແຂວງ ຫຼວງນໍ້າທາ 2 ຄົນ

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດຫນຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ເພາະຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແລະ ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ, ຊຶ່ງປັດຈຸບັນ ກວດພົບຜູ້ຕິດເຊື້ອແລ້ວ 21,370 ກໍລະນີ, ຫຼາຍກວ່າຫມູ່ ແມ່ນຢູ່ນະຄອນຫຼວງວຽງຈັນ 10.733 ກໍລະນີ , ຖັດລົງມາແມ່ນ ແຂວງ ຫຼວງນຳ້ທາ 2,937ກໍລະນີ ຄົນ, ອັດຕະປື 1.305 ກໍລະນີ ແລະ ແຂວງ ອື່ນໆ.