ລະວັງກຸ່ມຄົນບໍ່ຫວັງດີ! ແອບອ້າງໃຊ້ນາມ ທຄຕລ ເພື່ອໂຄສະນາຊວນເຊື່ອປ່ອຍເງິນກູ້ອອນລາຍທີ່ມີດອກເບ້ຍຕ່ຳ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ໃຫ້ຮູ້ວ່າ: ເນື່ອງຈາກປະຈຸບັນໄດ້ມີກຸ່ມຄົນທີ່ບໍ່ຫວັງດີ ນຳໃຊ້ເຄື່ອງໝາຍການຄ້າ (ໂລໂກ້) ແລະ ຮູບຖ່າຍຂອງພະນັກງານ ທຄຕລ ໄປແອບອ້າງ ໃນນາມ ທຄຕລ ເພື່ອໂຄສະນາຊວນເຊື່ອປ່ອຍເງິນກູ້ອອນລາຍທີ່ມີດອກເບ້ຍຕ່ຳ, ບໍ່ມີຫຼັກຊັບຄ້ຳປະກັນ ແລະ ອະນຸມັດໄວ.
ທາງທະນາຄານເລີຍໄດ້ແຈ້ງ ລູກຄ້າທຸກຄົນ ເພື່ອເພີ່ມສະຕິລະວັງຕົວໃນການດຳເນີນທຸລະກຳການເງິນທາງອອນລາຍ ເພື່ອຮັກສາຜົນປະໂຫຍດຂອງຕົນ ແລະ ບໍ່ຫຼົງກົນຂອງກຸ່ມຄົນທີ່ບໍ່ຫວັງດີ.
ເມື່ອທ່ານພົບເຫັນການໂຄສະນາທີ່ໜ້າສົງໄສ ທ່ານສາມາດສອບຖາມຂໍ້ມູນຕ່າງໆໄດ້ຜ່ານຊ່ອງທາງ ທີ່ເປັນທາງການຂອງ ທຄຕລ ດັ່ງລາຍລະອຽດລຸ່ມນີ້:
1. ຕິດຕໍ່ສອບຖາມ ແລະ ແກ້ໄຂບັນຫາ ຜະລິດຕະພັນ ແລະ ການບໍລິການຂອງ ທຄຕລ ແມ່ນໂທສາຍດ່ວນ 1555 ຫຼື ໂທອອນລາຍ, ສົ່ງຂໍ້ຄວາມຫາທີມງານ OneCare Support ຜ່ານແອັບ BCEL One ໄດ້ຕະຫລອດ 24 ຊົ່ງໂມງ.
2. ການຕິດຕາມຂໍ້ມູນຂ່າວສານຂອງ ທຄຕລ ແມ່ນຜ່ານຊ່ອງທາງ Website Facebook Fan Page: BCEL Bank, BCEL Promotion, OneHeart.la, IG: bcelbank, YouTube: BCEL Channel ແລະ TikTok: BCEL Bank.