ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ຈັດພິທີທໍາລາຍຊິ້ນສ່ວນສັດປ່າຫວງຫ້າມທີ່ຢຶດໄດ້ຕາມຮ້ານຄ້າຢູ່ຕາມຕະຫຼາດ ແລະ ຮ້ານແຄມທາງໃນຕົ້ນເດືອນສິງຫາຜ່ານມາ, ໂດຍມີບັນດາຄະນະປະສານງານ, ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແຂວງອຸດົມໄຊ ເຂົ້່າຮ່ວມ.
ເພື່ອເປັນການປະຕິບັດຕາມກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ສະບັບເລກທີ 07 ລົງວັນທີ 24 ທັນວາ 2007 ແລະ ຄໍາສັ່ງເລກທີ 05 ຂອງນາ ຍົົກລັດຖະມົນຕີ, ລົງວັນທີ 8 ພຶດສະພາ 2018, ກອງກວດກາປ່າໄມ້ ແຂວງອຸດົມໄຊ ໄດ້ລົງກວດກາບັນດາຕະຫຼາດ, ຮ້ານຂາຍເຄື່ອງຕາມແຄມທາງກວດກາພົບເຫັນ ແລະ ຢຶດໄດ້ຈໍານວນ 15 ຄັ້ງ (ເລີ່ມແຕ່ເດືອນມັງກອນ ເຖິງ ເດືອນກໍລະກົດ 20122) ສາມາດຢຶດໄດ້ຈຳນວນ 16 ຊິ້ນສ່ວນສັດປ່າລວມນໍ້າໜັກ 56 ກິໂລກຼາມ (ລວມທັງເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ ຢຶດໄດ້ແລ້ວນຳມາຝາກແຊ). ໃນນີ້, ສັດທີ່ຍັງມີຊີວິດຈໍານວນ 5 ໂຕ ນໍ້າໜັກ 3,8 ກິໂລກຼາມ, ສັດຕາຍ (ເປັນຊິ້ນສ່ວນ) ຈໍານວນ 356 ຊິ້ນສ່ວນ ນໍ້າໜັກ 91,8 ກິໂລກຼາມ, ຄິດເປັນມູນຄ່າ 5.508.000 ກີບ.
ສະເພາະແຍກເປັນແຕ່ລະບັນຊີສັດປ່າ ຄື: ປະເພດຫວງຫ້າມ ຫຼື ບັນຊີ 1: ຈຳນວນ 20 ຊິ້ນສ່ວນ ນ້ຳໜັກ 20,3 ກິໂລກຼາມ, ປະເພດຄຸ້ມຄອງ ຫຼື ບັນຊີ 2: ຈຳນວນ 16 ຊິ້ນສ່ວນ, ນໍ້າໜັກ 64,3 ກິໂລກຼາມ, ປະເພດທົ່ວໄປ ຫຼື ບັນຊີ 3: ຈໍານວນ 180 ຊິ້ນສ່ວນ ນໍ້າໜັກ 110 ກິໂລກຼາມ.