ປະຊາຊົນ ເມືອງຊຽງຄໍ້ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ

0
91

ປະຊາຊົນ ເມືອງຊຽງຄໍ້ ໄດ້ຮັບ ຜົນກະທົບໜັກ ຈາກໄພນ້ຳຖ້ວມ

ຂປລ. ອີງຕາມຂໍ້ມູນ ຈາກຄະນະຮັບຜິດຊອບໄພພິບັດຂັ້ນເມືອງຊຽງຄໍ້ ແຂວງຫົວພັນ ໃຫ້ຮູ້ວ່າ: ເນື່ອງຈາກມີພາຍຸຝົນຕົກໜັກ ໃນລະຫວ່າງວັນທີ 25-26 ສິງຫາ 2022 ຜ່ານມາ, ເຮັດໃຫ້ ຫລາຍບ້ານ ຢູ່ເມືອງຊຽງຄໍ້ ໄດ້ຮັບຜົນກະທົບ ແລະ ເສຍຫາຍເປັນຈຳນວນຫລາຍ ເປັນຕົ້ນ ເຮືອນຊານ, ໄຮ່, ນາ, ຮົ້ວສວນ, ໜອງປາ ແລະ ອື່ນໆ ທີ່ຢູ່ໃກ້ແຄມຫ້ວຍນ້ຳຖືກນ້ຳໄຫລເຊາະເຈື່ອນ, ໃນນັ້ນ ມີ 2 ບ້ານໄດ້ຮັບຜົນກະທົບໜັກ ຄື: ບ້ານຫ້ວຍປີດ ແລະ ບ້ານນາຄ້າງ ເຮັດໃຫ້ເຮືອນປະຊາຊົນ 3 ຫລັງຖືກນ້ຳໄຫລຊຸເປ່ເພ.

ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນ ຂອງຄະນະຮັບຜິດຊອບໄພພິບັດຂັ້ນເມືອງຊຽງຄໍ້ ໃຫ້ຮຸູ້ວ່າ: ສຳລັບ 2 ບ້ານທີ່ຖືກຜົນກະທົບໜັກນັ້ນ, ບ້ານຫ້ວຍປີດ ມີ 2 ຫລັງຄາເຮືອນ (ເຄື່ອງໃຊ້ໃນເຮືອນຖືກນ້ຳພັດໄປ, ສ່ວນເຮືອນແມ່ນເປ່ເພເສຍຫາຍ ບໍ່ສາມາດອາຢູ່ໄດ້), ສ່ວນບ້ານ ນາຄ້າງມີ 1 ຫລັງຄາເຮືອນ(ເຮືອນຖືກດິນເຈື່ອນຖົມ ປັດຈຸບັນ ບໍ່ສາມາດຢູ່ໄດ້. ພ້ອມນັ້ນ, ລະບົບເສັ້ນທາງ, ນາ,

ໜອງປາ, ໄຮ່ນາ ຮົ້ວສ່ວນ ຂອງປະຊາຊົນຈຳນວນໜຶ່ງ ຖືກດິນຖົມ ແລະ ເຊາະເຈື່ອນຫລາຍບ່ອນ, ຂົວຂາດ. ປັດຈຸບັນນີ້, ບັນດາເສັ້ນທາງຝາກນ້ຳມ່າພາຍໃນແມ່ນ ການສັນຈອນໄປມາບໍ່ສະດວກ.
ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ພວມລົງເກັບກຳຂໍ້ມູນຜົນເສຍຫາຍຕົວຈິງ, ພ້ອມທັງໄດ້ໃຫ້ການຊ່ວຍເຫລືອໃນເບື້ອງຕົ້ນ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບແລ້ວ.
ຂ່າວ: ທະນູທອງ