ຄົບຮອບ​ 1 ເດືອນ​ ທີ່​ເຈ້ທິບ​ ຖືກເຈົ້າໜ້າທີ່ໄທຈັບຕົວ​ໄດ້ ພາຍຫລັງລີ້ຢູ່ໄທໄດ້​ 1 ເດືອນ ປັດຈຸບັນ ຍັງບໍ່ມີການຖະແຫລງຕໍ່ມວນຊົນ

0
113

ຫຼັງເຈົ້າໜ້າທີ່ໄທພົບໂຕ “ເຈ້ທິບ” ພ້ອມໄດ້ໃຫ້ສຳພາດກັບສື່ວ່າ: ເຈ້ທິບຢືນຢັນ!“ບໍ່ໄດ້ໂກງ, ເງິນນັ້ນບໍ່ມີມູນຈິງ ບໍ່ໄດ້ໜີ ແຕ່ມາຕັ້ງຫຼັກກ່ອນ ອີກຢ່າງແມ່ນເພື່ອຄວາມປອດໄພ ເພາະຖ້າຢູ່ລາວກໍອາດຈະຖືກທຳຮ້າຍຮ່າງກາຍ ສຳລັບກໍລະນີຫອບເງິນໜີ ແມ່ນຖືກໃສ່ຄວາມເຊິ່ງເງິນຈຳນວນດັ່ງກ່າວບໍ່ມີມູນຄວາມຈິງ ເງິນຫຼາຍຂະໜາດນັ້ນແບກມາບໍ່ໄດ້ຢູ່ແລ້ວ ສັງຄົມໄດ້ໃສ່ຂ່າວໄປເອງ” ຂໍ້ຄວາມທີ່ເຈ້ທິບໃຫ້ສຳພາດກັບສື່ໄທ!

ລ່າສຸດ:ຄົບຮອບ​ 1 ເດືອນ​ ທີ່​ ນາງ​ ທິບ​ ຖືກເຈົ້າໜ້າທີ່ໄທຈັບຕົວ​ໄດ້ ພາຍຫລັງລີ້ຢູ່ໄທໄດ້​ 1 ເດືອນນາງ​ ທິບ​ ຫຼື​ ຊື່ແທ້ແມ່ນ​ ນາງ​ ພອນທິບ​ ໄຊບັນຍາ ໄດ້ຫລົບໜີຈາກລູກຫວຍ ແລະ​ ເງິນຝາກດອກເບ້ຍສູງ​ ມີຜູ້ເສຍຫາຍຈຳນວນຫລາຍຕື້,​ ນາງ​ ທິບ​ ແລະ​ ຜົວ​ ເຂົ້າປະເທດໄທໃນວັນທີ 29​ ມິຖຸນາ​ 2022 ແລະ​ ຖືກເຈົ້າໜ້າທີ່ໄທຈັບຕົວໄດ້ໃນວັນທີ 29​ ກໍລະກົດ​ 2022.

ຮອດວັນທີ​ 31​ ກໍລະກົດ 2022 ຖືກສົ່ງຕົວໃຫ້ເຈົ້າໜ້າທີ່ລາວເພື່ອມາສືບສວນສອບສວນຕາມຂັ້ນຕອນກົດໝາຍ.​ ສ່ວນລາຍລະອຽດຄະດີແມ່ນຍັງຢູ່ໃນຂັ້ນຕອນການດຳເນີນຂອງເຈົ້າໜ້າທີ່ໃນປັດຈຸບັນ,​ ຍັງບໍ່ມີການຖະແຫລງຕໍ່ມວນຊົນ.