ອຸທາຫອນ ສາຍດື່ມ ແລະ ມິດຕະພາບ ຢ່າ RIP ຕອນທີ່ເຂົາຕາຍໄປແລ້ວ ເພາະຕອນປຸງໃຫ້ກັນກິນຄວນຄິດຢ່າເຫັນແກ່ມ່ວນ

    0
    117

    ເຫດເກີດຂຶ້ນ ຢູ່ນະຄອນຫລວງວຽງຈັນ, ຂໍສະແດງຄວາມໃຈດ້ວຍ ເປັນອຸທາຫອນລະມັດລະວັງ ແດ່ເດິສາຍດື່ມ ເລື່ອງເກີດຂຶ້້ນ ແລະ ໂພສທີ່ຕາມມາຈົນກາຍເປັນ ແຮັດແທັກ ແລະ ຫຼາຍຄົນເວົ້າສະແດງຄວາມຄິດເຫັນກັນຕ່າງໆນານາ

    ບຸກຄົນໃນພາບນີ້ ແມ່ນເສຍຊີວິດຈາກການດື່ມ ” ຟີວກາເຟ ” ປະສົມສານທີ່ອອກລິດ ສົ່ງຜົນກະທົບຕໍ່ສະຫນອງ ພາໃຫ້ຊ໋ອກ ແລະ ມີຄວາມສ່ຽງສູງ ທີ່ພາໃຫ້ເສຍຊີວິດ.ຍາດຜູ້ເສຍຊີວິດ ເລົ່າວ່າ: ຢ່າ RIP ຕອນທີ່ເຂົາຕາຍໄປແລ້ວ ເພາະຕອນປຸງໃຫ້ກັນກິນມີແຕ່ຄົນຄິດວ່າບໍ່ຕາຍ ບາດເຂົາຕາຍລະມາ RIP ແລ້ວຂຽນວ່າບໍ່ຄິດເລີຍ ສະຕິເດີ້ !!!! ຫມູ່ຫລິ້ນກິນນຳກັນຫລາຍຄົນ ບາດຄົນສິໄປກະໄປແຕ່ຄົນດຽວ ຄັນບໍ່ອີ່ຕົນຄົນກິນກະອີ່ຕົນພໍ່ແມ່ເຂົາແນ່ ນິແຫລະໃຜບໍ່ຫລິ້ນກະຢ່າຊວນເຂົາຫລິ້ນ ເປັນມາມັນຍາກ Aek Anouza.ຂໍສະແດງຄວາມໃຈດ້ວຍ.

    ແລະ ສຸດທ້າຍຂໍຝາກເຖິງຜູ້ທີ່ມັກບັງຄັບກັນ ບໍ່ວ່າຈະເລື້ອງກິນດື່ມເຫຼົ້າເບຍ ສູບຢາ ຫຼື ຄືກໍລະນີນີ້ ແບບໃດກໍ່ຕາມບໍ່ຄວນໝູ່ບໍ່ກິນບໍ່ຢາກເຮັດ ຢ່າບັງຄັບຫຼືເວົ້າໃຫ້ກັນໃນລັກສະນະເຢີ້ຍ ຮູ້ວ່າມັນບໍ່ດີກໍ່ຄວນບອກສອນກັນ ບໍ່ແມ່ນສົງເສີມກັນໃນທາງທີ່ບໍ່ດີ ຮັກກັນກໍ່ຕ້ອງບອກສອນກັນໃນທາງທີ່ດີ ບໍ່ແມ່ນເຮັດໃນທາງທີ່ຜິດ ເພາະເກີດຫັຍງຂື້ນຄອບຄົວເປັນຄົນທີ່ເສຍໃຈ ຫຼື ຄອບຄົວພູ້ນທີ່ຕ້ອງເບິ່ງແຍງ ທັງທີ່ທັງນັ້ນກໍ່ຂື້ນນຳຕົນເອງເປັນຫຼັກ ເຮົາເອງກໍ່ສາມາດປະຕິເສດໄດ້ ຮູ້ອັນໃດດີບໍ່ດີ ຊີວິດເປັນຂອງເຮົາເອງເຮົາສາມາດເລືອກເອງໄດ້ ຝາກໄວ້ເປັນອຸທາຫອນ


    ອຸທາຫອນ ສາຍດື່ມ ແລະ ມິດຕະພາບ ຢ່າ RIP ຕອນທີ່ເຂົາຕາຍໄປແລ້ວ ເພາະຕອນປຸງໃຫ້ກັນກິນຄວນຄິດຢ່າເຫັນແກ່ມ່ວນ


    ອຸທາຫອນ ສາຍດື່ມ ແລະ ມິດຕະພາບ ຢ່າ RIP ຕອນທີ່ເຂົາຕາຍໄປແລ້ວ ເພາະຕອນປຸງໃຫ້ກັນກິນຄວນຄິດຢ່າເຫັນແກ່ມ່ວນ

    ຈາກ: Pavan Inthavong

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.