ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ​ ຄັ້ງທີ​ 120​ ສິ້ນສຸດລົງຢ່າງສຳເລັດຜົນ

0
99

ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ​ ຄັ້ງທີ​ 120​ ສິ້ນສຸດລົງຢ່າງສຳເລັດຜົນ

ໃນເວລາ​ 9​ ໂມງ​ ຂອງວັນທີ​ 26​ ສິງຫານີ້,​ ເຮືອບັງຄັບໃຊ້ກົດໝາຍຂອງຈີນ​ 3​ ລຳທີ່ເຂົ້າຮ່ວມ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທ​ ຄັ້ງທີ​ 120​ ໄດ້ຈອດຢູ່ທ່າກຳປັ່ນກ່ວນເຫຼີຍກິ່ງແຂວງສິບສອງພັ່ນນາຂອງຈີນ​ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຄັ້ງນີ້ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍ.

ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ສົ່ງກຳປັ່ນລວມ 5 ລຳເຂົ້າຮ່ວມ ການເຄື່ອນໄຫວຄັ້ງນີ້,ໃຊ້ເວລາ 4 ວັນ 3 ຄືນ, ໄລຍະເດີນທາງລວມ600ກວ່າກິໂລແມັດ.
ໃນການເຄື່ອນໄຫວຄັ້ງນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງຈີນ ລາວ ມຽນມາ-ໄທລ້ວນແຕ່ໄດ້ເພີ່ມທະວີການໂຈມຕີອາຊະຍາກຳປະເພດຕ່າງໆໃນເຂດຕາມລຳແມ່ນ້ຳຂອງ. ນັບແຕ່ເດືອນສິງຫານີ້ເປັນ

ຕົ້ນມາ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວໄດ້ມ້າງຄະດີຢາເສບຕິດຢູ່ເຂດລ້ອງແມ່ນ້ຳຂອງລວມ33ຄະດີ,ຢຶດຢາເສບຕິດປະເພດຕ່າງໆໄດ້ 6,75 ໂຕນ, ເຊິ່ງໄດ້ໂຈມຕີອາຊະຍາກຳດ້ານຢາເສບຕິດພາຍໃນເຂດລ້ອງແມ່ນ້ຳຂອງຢ່າງມີປະສິດທິຜົນ, ເຮັດໃຫ້ຜູ້ກໍ່ອາຊະຍາກຳດ້ວຍປືນແລະລູກລະເບີດພາຍໃນເຂດລ້ອງແມ່ນ້ຳຂອງມີຄວາມສະທ້ານຢ້ານກົວ.
Cr: CRI-FM93