17 ແອັບອັນຕະລາຍ ໃນ Playstore ລະບົບ Android ເມື່ອບໍ່ດົນມານີ້ມີຂ່າວເລື້ອຍໆກ່ຽວກັບການໂຈມຕີໃນລະບົບ Android ແຕ່ເມື່ອມັນເກີດຂຶ້ນ ກໍຕ້ອງໄດ້ອອກມາແຈ້ງເຕືອນ ໂດຍລ່າສຸດ ບໍລິສັດຄວາມປອດໄພທາງໄຊເບີ Bitdefender ໄດ້ກວດພົບແອັບມັສແວ ໃນ Playstore ຫລາຍກວ່າ 17 ແອັບ, ມີຍອດຕິດຕັ້ງຫລາຍກວ່າ 2 ລ້ານຄັ້ງ
ອີງຕາມກົນລະຍຸດມາດຕະຖານ ແອັບດັ່ງກ່າວຈະຊັກຊວນໃຫ້ຜູ້ໃຊ້ຕິດຕັ້ງ ດ້ວຍການນຳສະເໜີຄຸນສົມບັດພິເສດບາງຢ່າງ ເມື່ອພວກເຮົາຕິດຕັ້ງ ແອັບຈະປ່ຽນຊື່ ແລະ ໄອຄອນທັນທີຫລັງຈາກການຕິດຕັ້ງ ລວມທັງພະຍາຍາປິດບັງຕົນເອງ ເຮັດໃຫ້ຍາກຕໍ່ການ ຊອກຫາ ແລະ ຖອນການຕິດຕັ້ງ, ເມື່ອຜູ້ຖືກເຄາະຮ້າຍຕິດຕັ້ງແອັບເຫລົ່ານີ້ ພວກມັນສາມາດເຮັດສິ່ງຕ່າງໆດ້ວຍການປະຕິບັດຄືກັບ Adware, ພະຍາຍາມເອົາໂຄສະນາເພື່ອສະແດງຮຽກຮ້ອງຄ່ານາຍໜ້າ ແຕ່ຮ້າຍແຮງທີ່ສຸດແມ່ນການດາວໂຫລດຊອບແວອື່ນມາຕິດຕັ້ງໃນເຄື່ອງສຳລັບໃຊ້ການດັກເກັບຂໍ້ມູນ ເປີດໃຊ້ງານຟັງຊັ່ນ ຫລື ຮູ້ວ່າເຮົາກົດລະຫັດຕ່າງໆ
ຕາມທີ່ Bitdefender ອະທິບາຍໃນບົດລາຍງານ ແອັບເຫລົ່ານີ້ໃຊ້ວິທີການຕ່າງໆເພື່ອຊອກຫາວິທີທີ່ປິດບັງຕົວມັນເອງ ເຊັ່ນ:ການປ່ຽນໄອຄອນເປັນຮູບຟັນເຟືອງ ແລະ ປ່ຽນຊື່ ເປັນ “Settings” ຫລື ຕັ້ງຄ່າ ເພື່ອຫລອກລວງຜູ້ຖືກເຄາະຮ້າຍວ່າໄອຄອນນີ້ແມ່ນສ່ວນໜຶ່ງງຂອງການຕັ້ງຄ່າຂອງອຸປະກອນນີ້, ເຮັດໃຫ້ເຮົາໝັ້ນໃຈວ່າບໍ່ຄວນລຶບຖິ້ມ ຫລື ບໍ່ສາມາດເອົາອອກໄດ້
ລາຍຊື່ແອັບອັນຕະລາຍມີດັ່ງນີ້:1.Walls light – Wallpapers Pack , 2. Big Emoji – Keyboard 5.0 , 3. Grand Wallpapers – 3D Backdrops 2.0 , 4. Engine Wallpapers , 5.Stock Wallpapers
6. EffectMania – Photo Editor 2.0 , 7. Art Filter – Deep Photoeffect 2.0 , 8. Fast Emoji Keyboard APK , 9. Create Sticker for Whatsapp 2.0
10. Math Solver – Camera Helper 2.0 , 11. Photopix Effects – Art Filter 2.0 , 12. Led Theme – Colorful Keyboard 2.0 , 13. Animated Sticker Master 1.0
14. Sleep Sounds 1.0 , 15. Personality Charging Show 1.0 , 16. Image Warp Camera , 17. GPS Location Finder