ລາວ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງຍັງເພີ່ມຂຶ້ນ ປັດຈຸບັນມີຜູ້ຕິດເຊື້ອ 20,135 ຄົນ ເສຍຊີວິດ 17 ຄົນ

0
128

ຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງຍັງເພີ່ມຂຶ້ນ ຮອດປັດຈຸບັນພົບແລ້ວ 20,135 ກວ່າກໍລະນີ. ໃນນີ້, ມີຜູ້ເສຍຊີວິດ 17 ກໍລະນີ, ນະຄອນຫຼວງພົບຜູ້ຕິດເຊື້ອຫຼາຍກວ່າໝູ່, ຮອງມາແມ່ນຫຼວງນ້ຳທາ, ອັດຕະປື, ສາລະວັນ…

ອີງຕາມຂໍ້ມູນການລາຍງານຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ປະຈຳວັນທີ 24 ສິງຫາ 2022 ຂອງສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນທົ່ວປະເທດ ມີຈໍານວນຜູ້ຕິດເຊື້ອທັງໝົດ 20,135 ກວ່າກໍລະນີ ແລະ ເສຍຊີວິດ 35 ກໍລະນີ. ໃນນັ້ນ, ນະຄອນຫຼວງວຽງຈັນ ເປັນອັນດັບ 1 ພົບຜູ້ຕິດເຊື້ອທັງໝົດ 3.335 ກໍລະນີ ເສຍຊີວິດ17 ກໍລະນີ,

ນະຄອນຫຼວງວຽງຈັນ10,190 ກໍລະນີ ເສຍຊີວິດ 5 ກໍລະນີ, ຫຼວງນ້ຳທາ 2,594 ກໍລະນີ ເສຍຊີວິດ 2 ກໍລະນີ, ອັດຕະປື 1,261 ກໍລະນີ ເສຍຊີວິດ 4 ກໍລະນີ, ສາລະວັນ 1,234 ກໍລະນີ ເສຍຊີວິດ 3 ກໍລະນີ, ເຊກອງ 953 ກໍລະນີ

ສະຫວັນນະເຂດ 821 ກໍລະນີ ,ຫຼວງພະບາງ 726 ກໍລະນີ , ວຽງຈັນ 681 ກໍລະນີ , ອຸດົມໄຊ 458 ກໍລະນີ ເສຍຊີວິດ 1 ກໍລະນີ, ໄຊຍະບູລີ 368 ກໍລະນີ , ຄຳມ່ວນ 930 ກໍລະນີ , ຈຳປາສັກ 201 ກໍລະນີ , ບໍລິຄຳໄຊ 97 ກໍລະນີ

ໄຊສົມບູນ 56 ກໍລະນີ , ຊຽງຂວາງ 80 ກໍລະນີ ເສຍຊີວິດ 2 ກໍລະນີ, ບໍ່ແກ້ວ 56 ກໍລະນີ , ຫົວພັນ 18 ກໍລະນີ , ຜົ້ງສາລີ 11 ກໍລະນີ ພະຍາດໄຂ້ຍຸງລາຍ ເປັນອີກພະຍາດຫນຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ເພາະຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແລະ ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ