ມາອີກແລ້ວ ລະວັງນໍ້າຖ້ວມເດີ້ ເຕືອນ ພາຍຸໝູນເຂດຮ້ອນ ມາອອນ (MA-ON) ມາລາວ

    0
    145

    ແຈ້ງເຕືອນ ພາຍຸໝູນເຂດຮ້ອນ ມາອອນ (MA-ON) ໃນວັນທີ 24 ຫາ 27 ສິງຫາ 2022
    ພາຍຸໝູນເຂດຮ້ອນ ມາອອນ (MA-ON) ມາອອນ ຫົວທີ່ 09, ຊຶ່ງໃນເວລາ 08:00 ໂມງເຊົ້າຂອງວັນທີ 24 ສິງຫາ 2022 ພວມເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ.
    ຈາກນັ້ນໃນຕອນກາງຄືນຂອງວັນທີ 24 ຫາ 27 ສິງຫາ 2022 ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງ ສປ ຈີນ ແລະ ຈະສືບຕໍ່ຜ່ານແຂວງພາກເໜືອ ຂອງ ສສ ຫວຽດນາມ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກ

    ຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນແຕ່ລະພາກ.
    ໃນວັນທີ 24 ຫາ 25 ສິງຫາ 2022 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແຂວງ ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ,ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

    ໃນວັນທີ 25 ຫາ 27 ສິງຫາ 2022 ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແຂວງ ພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

    ດັ່ງນັ້ນ, ຈື່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ແລະ ຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ ທີ່ຈະເກີດຂື້ນຢູ່ບາງທ້ອງຖີ່ນໃນແຕ່ລະພາກ. ຂໍໃຫ້ຕິດຕາມ ຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ ວັນທີ 24 ຫາ 27 ສິງຫາ 2022 ນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.