ໂຮງໝໍມິດຕະພາບ ໄດ້ຮັບເຄື່ອງ CT Scanner ທັນສະໄໝ ພ້ອມອຸປະກອນຄົບຊຸດ ມູນຄ່າ 6 ແສນກວ່າໂດລາ

    0
    122

    ເລີ່ມແຕ່ທ້າຍປີ 2019 ໄດ້ມີການແຜ່ລະບາດ ແລະ ຂະຫຍາຍຕົວເປັນວົງກວ້າງ ຢູ່ໃນພາກພື້ນ ແລະ ທົ່ວໂລກ ໂດຍສະເພາະຢູ່ ສປປ ລາວ ກໍໄດ້ຮັບຜົນກະທົບດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ປະຊາຊົນລາວຕິດເຊື້ອພະຍາດ ແລະ ເສຍຊີວິດ ມີຄົນເຈັບມາກວດ ແລະ ນອນປິ່ວປົວຢູ່ໂຮງໝໍໃນແຕ່ລະມື້ເປັນຈຳນວນຫລວງຫລາຍ ເຮັດໃຫ້ການຮອງຮັບຂອງບັນດາໂຮງໝໍ ໄດ້ນຳໃຊ້ສະຖານທີ່ລັດຖະການ, ໂຮງຮຽນ

    ເປັນບ່ອນຈຳກັດບໍລິເວນ ແລະ ປິ່ນປົວຄົນເຈັບທີ່ເປັນພະຍາດໂຄວິດ-19 ມາຮອດປະຈຸບັນ ເຫັນໄດ້ວ່າທ່າອ່ຽງຂອງການເກີດລະບາດ ແມ່ນຫລຸດລົງ ແຕ່ກໍ່ຍັງບໍ່ໝົດໄປເທື່ອ ສະນັ້ນ ພວກເຮົາທຸກຄົນ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ການໃສ່ຜ້າອັດປາກອັດດັງ, ລ້າງມືດ້ວຍສະບູ, ເຈວ ຫລື ເຫຼົ້າ 70 ແລະ ສືບຕໍ່ສັກວັກຊີນປ້ອງກັນໂຄວິດ-19 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ໃນຂອບເຂດທົ່ວປະເທດ.

    ຍ້ອນເຫັນຄວາມສຳຄັນດັ່ງກ່າວ ເພື່ອຕອບສະໜອງການບໍລິການຂອງໂຮງໝໍໃຫ້ດີຂື້ນ ກະຊວງສາທາລະນະສຸກ ພາຍໃຕ້ການສະໜັບສະໜູນທຶນ ຈາກທະນາຄານພັດທະນາອາຊີ ADB ຈຶ່ງໄດ້ພິຈາລະນາອະນຸມັດໃຫ້ມີການຈັດຊື້ເຄື່ອງສ່ອງ CT Scanner ຈຳນວນ 1 ຊຸດ ພ້ອມດ້ວຍອຸປະກອນຄົບຊຸດ ລວມມູນຄ່າ 648.880 ໂດລາສະຫາລັດ.

    ທັງນີ້, ກໍເພື່ອໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ໃນການບົ່ງມະຕິ ແລະ ປິ່ນປົວໃຫ້ມີປະສິດທິຜົນ ແລະ ພິທີີມອບ-ຮັບເຄື່ອງ CT Scanner ໃຫ້ໂຮງໝໍມິດຕະພາບ ຈັດຂຶ້ນວັນທີ 23 ສິງຫາ 2022 ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ອຳນວຍການໂຮງໝໍມິດຕະພາບ, ຫ້ອງການກະຊວງ, ກົມ ແລະ ແຂກທີ່ຖືກເຊີນກໍ່ໄດ້ເຂົ້າຮ່ວມ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.