ນະຄອນຫຼວງພະບາງ ກຳນົດລາຄາຂາຍຍ່ອຍຊີ້ນໝູປະເພດ 1 ສູງສຸດບໍ່ເກີນ 65.000 ຕໍ່ກິໂລ

    0
    131

    ອີງຕາມບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບການ ກຳນົດລາຄາຊີ້ນໝູພັນ ຂອດຂາຍຍົກ-ຂາຍຍ່ອຍ ພາຍໃນຕະຫຼາດເທດສະບານນະຄອນຫຼວງພະບາງ, ແຂວງຫຼວງພະບາງ ຄັ້ງວັນທີ 22 ສິງຫາ 2022 ວ່າ: ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສີນຄ້າແລະຄ່າບໍລິການ; ອີງຕາມ ກອງປະຊຸມປຶກສາຫາລື ຮ່ວມກັນກັບຜູ້ປະກອບການກຸ່ມຊື້ສັດ-ຂາຍຊີ້ນ ໃນຄັ້ງວັນທີ 18 ສິງຫາ 2022.

    ວັນທີ 18 ສິງຫາ 2022 ພະແນກອຸດສາຫະກໍາ ແລະ ການຄ້າ, ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມຄົ້ນຄ້ວາປຶກສາຫາລືກ່ຽວກັບກັບການກຳນົດໂຄງປະກອບລາຄາຊີ້ນໝູພັນ ຂອດຂາຍຍົກ-ຂາຍຍ່ອຍ ໂດຍການເປັນປະທານຂອງ ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 24 ທ່ານ, ຍິງ 6 ທ່ານ ເຊິ່ງແມ່ນມາຈາກກຸ່ມຊື້ສັດ-ຂາຍຊີ້ນ, ຫົວໜ່ວຍທຸລະກິດຂາຍຍົກ-ຂາຍຍ່ອຍຊີ້ນໝູພັນ ພາຍໃນຕະຫຼາດເທດສະບານນະຄອນຫຼວງພະບາງ, ຜ່ານການຄົ້ນຄ້ວາປະກອບຄຳຄິຄຳເຫັນຢ່າງກົງໄປກົງມາ ແລະ ມີເຫດພາຍໃນມີຜົນ ໃນກອງປະຊຸມໄດ້ຕົກລົງເປັນເອກະພາບກັນໃນການກໍານົດລາຄາຊີ້ນໝູຂອດຂາຍຍົກ-ຂາຍຍ່ອຍຕະຫຼາດເທດສະບານນະຄອນຫຼວງພະບາງ ດັ່ງນີ້:

    ຮູບປະກອບ

    1/. ຕົກລົງກຳນົດລາຄາຊີ້ນໝູພັນ ປະເພດ1 ຊີ້ນສົດ ຂອດຂາຍຍ່ອຍສູງສຸດບໍ່ເກີນ 65.000 ກີບ/ກິໂລກຣາມ.
    2. ກຳນົດຂອດຂາຍຍົກຈາກນາຍຮ້ອຍສົ່ງເຖີງລູກຂຽງ ແມ່ນສູງສຸດບໍ່ເກີນ 62.000 ກີບ/ກິໂລກຣາມ ດັ່ງນັ້ນ, ຈຶ່ງໄດ້ເຮັດບົດບັນທຶກສະບັບນີ້ໄວ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.