ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 23 ສິງຫາ 2022 ການງານ ການເງິນ ຄວາມຮັກ

0
109

ຄົນເກີດວັນອາທິດ:ການ​ງານພົບ​ການ​ປ່ຽນ​ແປງ​ຍົກ​ຍ້າຍໃນເລື່ອງຂອງວຽກງານ ໃນຊ່ວງນີ້ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍຫຼາຍຂຶ້ນ ຄວາມ​ຮັກເກີດ​ຄວາມ​ຮູ້ສຶກ​ຄຽດເພາະຄວາມຮັກບໍ່ຄ່ອຍມີຄວາມສຸກຄືທີ່ຜ່ານມາ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​6

ຄົນເກີດວັນຈັນ:ການ​ງານ​ການລົງ​ນາມ​ເອກະສານ​ທຸລະກິດ​ອາດ​ເປັນ​ໂມ​ຄະ ການ​ເງິນຈ່າຍ​ອອກ​ໄປ ແຕ່​ກໍ​ຫາ​ເຂົ້າ​ມາ​ເພີ່ມ​ໄດ້​ວ່ອງໄວ ຄວາມ​ຮັກ​ພົບ​ຮັກ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ອາດບັງເອີນຈະໄດ້ພົບກັນ
ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​9

ຄົນເກີດວັນອັງຄານ:ການ​ງານ​​ ກຳ​ລັງ​ລວບລວມ​ຂໍ້​ມູນ​ເພື່ອຈະ​ວາງ​ແຜນ​ໃນ​ການ​ລົງ​ທຶນໃນເລື່ອງຂອງວຽກງານ ການ​ເງິນໂຊ​ກດີ​ຈະ​ໄດ້​ເງິນຈໍານວນໜື່ງເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມ​ຮັກພົບ​ບັນຫາ​ເລື່ອງ​ຮັກ​ຊ້ອນຈົນອາດເກີດມີການໄດ້ເລີກລາກັນໄປ ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​9

ຄົນເກີດວັນພຸດ:ການ​ງານ ​ໄດ້​ຮຽນ​ຮູ້ວຽກ​ງານ​ໃໝ່ ເກີດ​ປະສົບການ​ໃໝ່​ທີ່​ດີ​ແກ່​ຕົນເອງ ການ​ເງິນມີ​ຄ່າ​ໃຊ້​ຈ່າຍ​ເກີດ​ຂຶ້ນ​ຢ່າງຫຼວງຫຼາຍໃນເລື່ອງລາຍຈ່າຍ ຄວາມ​ຮັກ​ເກີດ​ຄວາມ​ຮູ້ສຶກ​​ຄຽດ ບໍ່​ພໍ​ໃຈ​ກັບ​ສະຖານະການ​ໃນ​ປະຈຸບັນໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​5

ຄົນເກີດວັນພະຫັດ:ການ​ງານໃຊ້​ຄວາມ​ສາມາດ​ພິເສດ​ໃນ​ການສ້າງ​ຜົນ​ງານ​ໄດ້​ດີ​ໃນເລື່ອງຂອງຄວາມຮັກ ການ​ເງິນດວງ​ດີ​ຈະ​ໄດ້​ເງິນຈາກຄົນທີ່ໄດ້ຢືມທ່ານກ່ອນໜ້າ ຄວາມ​ຮັກບໍ່ຄວາມໃຫ້ຄວາມຮັກມາບົງການຄວາມເປັນສ່ວນຕົວທ່ານຫຼາຍເກີນໄປ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​8

ຄົນເກີດວັນສຸກ:ການ​ງານ​ເຮັດ​ທຸລະກິດ​ຫຍັງ​ກໍ​ເປັນ​ເງິນ​ເປັນຄໍາ​ໄປ​ທຸກ​ຢ່າງ ການ​ເງິນຕ້ອງລະວັງເລື່ອງລາຍຈ່າຍທີ່ບໍ່ຄົງທີ່ ບາງອັນຖ້າບໍ່ຈໍາເປັນຊື້ກໍຄວນງົດ ຄວາມ​ຮັກພົບ​ເລື່ອງ​ຈຸກ​ຈິກ​ກວນ​ໃຈອາດເກີດມີຄວາມລໍາຄານກັນໄດ້ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​6

ຄົນເກີດວັນເສົາ:ການ​ງານບໍ່ຄວນເຊັນເອກະສານຍັງທີ່ບໍ່ແນ່ໃຈ ເພາະອາດສົ່ງຜົນເສຍ ການ​ເງິນດວງ​ດີ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ່ຈ່າຍ ຄວາມ​ຮັກໄດ້​ພົບ​ຄົນ​ດີ​ມີ​ຄວາມ​ສົມບູນ​ໃນ​ຕົນເອງ​ ເປັນຄົນທີ່ມີຄວາມໝັ້ນໃຈ ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​8