ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນໄດ້ຈັບຕົວຍິງ ອາຍຸ 42 ປີ ທີ່ຂາຍຢ າ ເ ສ ບ ຕ ິ ດ

    0
    129

    ວັນທີ 3 ກໍລະກົດ 2022, ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນກຸ່ມບ້ານນາຕໍ ເມືອງໄຊຍະບູລີ ໄດ້ກັກຕົວ ນາງ ແງະ ອາຍຸ 42 ປີ ປະຊາຊົນບ້ານໂພນຫີນ ເມືອງພຽງ ແຂວງໄຊຍະບູລີ ພ້ອມຢຶດຂອງກາງຢ າ ບ ້ າ 203 ເມັດ ມາດຳເນີນຄະດີ.

    ຜ່ານການສືບສວນ-ສອບສວນ ຜູ້ຖືກຫາໃຫ້ການຮັບສາລະພາບວ່າ:

    ຕົນເອງພ້ອມດ້ວຍຜົວ ຊື່ ທ້າວ ພັນແກ້ວ ໄດ້ອອກຈາກບ້ານໂພນຫີນ ເມືອງພຽງ ແຂວງໄຊຍະບູລີ ມາເຮັດວຽກຢູ່ໂຮງເລື່ອຍຫຼັກ 7 ໃນປີ 2020 ແລະ ໄດ້ມີການພົວພັນເຄື່ອນໄຫວຄ້າຂາຍຢ າ ເ ສ ບ ຕ ິ ດ. ຮອດວັນທີ 7 ພຶດສະພາ 2022, ເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ພັນແກ້ວ ຜູ້ເປັນຜົວ ໃນຂໍ້ຫາຄ້າຂາຍຢ າ ເ ສ ບ ຕ ິ ດ ພ້ອມຂອງກາງຢ າ ບ ້ າ 100 ເມັດ.

    ຫຼັງຈາກ ຜູ້ເປັນຜົວ ຖືກກັກຕົວ ນາງ ແງະ ຜູ້ເປັນເມຍ ກໍ່ສືບຕໍ່ຄ້າຂາຍຢ າ ເ ສ ບ ຕ ິ ດ ຕົກມາຮອດວັນທີ 3 ກໍລະກົດ 2022, ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຢ າ ບ ້ າ 203 ເມັດ ແລະ ເງິນກີບ 300.000 ກວ່າກີບ ມາດຳເນີນຄະດີຕາມລະບຽບກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.