ຄວນເພີ່ມທະວີສະກັດກັ້ນການຂາຍນ້ຳໃບກະທ້ອມ ຕິດພັນກັບການແກ້ໄຂບັນຫາຢ າ ເ ສ ບ ຕ ິ ດ

    0
    181

    ໃບກະທ້ອມ ຫຼື ນໍ້າກະທ້ອມ ແມ່ນສານເ ສ ບ ຕ ິ ດຊະນິດໜຶ່ງທີ່ກະຕຸ້ນ ຫຼື ອອກລິດຕໍ່ຈິດປະສາດ ບໍ່ວ່າຈະເປັນການດື່ມ, ສູບ ຫຼື ດ້ວຍວິທີໃດກໍຕາມຈະເຮັດໃຫ້ບຸກຄົນນັ້ນຕິດ ແລະ ມີຄວາມຕ້ອງການເພີ່ມຂຶ້ນໄປອີກເລື້ອຍໆ ແລະ ຮ້າຍແຮງໄປກວ່ານັ້ນ ຫາກດື່ມເຂົ້າໄປຫຼາຍໃນໄລຍະຍາວຈະມີຜົນ ກະທົບຕໍ່ສຸຂະພາບຮ່າງກາຍຂອງເຮົາ.

    ໃບກະທ້ອມ ແມ່ນສານເສບຕິດປະເພດໜຶ່ງ ທີ່ກົດໝາຍອາຍາ ແລະ ກົດໝາຍຢາເສບຕິດ ມີການເກືອດຫ້າມໃນການນໍາເຂົ້າ, ຈໍາໜ່າຍມີໄວ້ຄອບຄອງ ຫຼື ນໍາມາແປຮູບໃຫ້ສາມາດດື່ມກິນໄດ້; ແຕ່ໃນປັດຈຸບັນຢູ່ປະເທດເຮົາມີຫຼາຍຄົນເຂົ້າໃຈແບບຜິດໆວ່າໃບກະທ້ອມ ແມ່ນສາມາດຜະລິດ ແລະ ດື່ມກິນ ໄດ້ໂດຍບໍ່ຜິດຕ່ໍລະບຽບກົດໝາຍ ເພາະຢູ່ປະເທດໃກ້ຄຽງກົດໝາຍຂອງພວກເຂົາແມ່ນປົດລ໋ອກພືດທີ່ໃຫ້ສານຢ າ ເ ສ ບ ຕ ິ ດບາງປະເພດ ເປັນຕົ້ນແມ່ນ: ໃບກະທ້ອມ ແລະ ກັນຊາ.

    ພືດດັ່ງກ່າວນີ້ ຖ້າຢູ່ປະເທດເຮົາແລ້ວແມ່ນ ຍັງນອນຢູ່ໃນຊະນິດພືດເກືອດຫ້າມທີ່ມີການເກືອດຫ້າມຢູ່ກົດໝາຍຫຼາຍສະບັບ; ດັ່ງນັ້ນ, ໃບກະທ້ອມຈຶ່ງຖືກນໍາເຂົ້າມາຈາກປະເທດໃກ້ຄຽງ ໂດຍເຈົ້່າໜ້າທີ່ບໍ່ສາມາດກວດພົບໄດ້; ສະນັ້ນ, ຫາກບຸກຄົນໃດຫາກນໍາພືດດັ່ງກ່າວນີ້ມາບໍ່ວ່າຈະເປັນການຈໍາໜ່າຍຄອບຄອງ, ຊື້-ຂາຍ ຫຼື ແປຮູບແລ້ວນໍາຈໍາໜ່າຍໃຫ້ຜູ້ຄົນດື່ມ-ກິນຖືວ່າເປັນການກະທໍາຜິດຕໍ່ກົດໝາຍອາຍາ ແລະ ກົດໝາຍຢາເສບຕິດຂອງ ສປປ ລາວ ວາງອອກ.

    ໃນປັດຈຸບັນ, ຢູ່ປະເທດເຮົາ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ມີການນໍາເຂົ້າ, ຜະລິດ, ຈໍາໜ່າຍ ແລະ ຊື້-ຂາຍ ນໍ້າໃບກະທ້ອມເປັນຈໍານວນຫຼວງຫຼາຍ ໂດຍມີ ການໂຄສະນາຜ່ານລະບົບສື່ສັງຄົມອອນລາຍ ເປັນຕົ້ນແມ່ນ: ເຟສບຸກ, ຕິກຕ໋ອກ, ວ໋ອດແອບ ແລະ ອື່ນໆ ເພື່ອເຊີນຊວນໃຫ້ຜູ້ຄົນຊື້ ໄປດື່ມກິນ; ດັ່ງນັ້ນ, ພາກສ່ວນກ່ຽວຂ້ອງໂດຍສະເພາະແມ່ນ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພ້ອມດ້ວຍທີມງານທີ່ກ່ຽວຂ້ອງຈຶ່ງລົງເກັບກໍາ ແລະ ກວດກາສະຖານທີ່ທີ່ສົງໄສທໍາການຜະລິດແປຮູບໃບກະທ້ອມໃຫ້ເປັນສິນຄ້າທີ່ດື່ມກິນໄດ້ຈໍານວນຫຼາຍຈຸດ ເປັນຕົ້ນແມ່ນ: ຢູ່ ເມືອງໄຊເສດຖາ, ເມືອງຈັນທະບູລີ, ເມືອງສີສັດຕະນາກ ແລະ ເມືອງອື່ນໆ.

    ຜ່ານການລົງກວດກາຕົວຈິງພົບວ່າບາງສະຖານທີ່ກໍໄດ້ຢຸດເຊົາໃນການຕົ້ມນໍ້າກະທ້ອມຂາຍແລ້ວ, ບາງສະຖານທີ່ກໍມີພຽງຕົ້ມເພື່ອເອົາດື່ມກິນເທົ່ານັ້ນ ແລະ ບາງສະຖານທີ່ກໍມີການຕົ້ມຂາຍ; ສະນັ້ນ, ເຈົ້າໜ້າທີ່ຈຶ່ງສຶກສາອົບຮົມກ່າວເຕືອນ ເພື່ອບໍ່ໃຫ້ພວກເຂົາເຫຼົ່ານັ້ນຢຸດເຊົາ ແລະ ບໍ່ກັບມາກະທໍາຜິດຊໍ້າອີກ.

    ດຣ ພາຍກໍລະກັນ ລັດສະໝອນ ຮອງຫົວໜ້າກອງກວດກາອາຫານ ແລະ ຢາ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ກ່າວວ່າ:

    ການລົງກວດກາສະຖານທີ່ຜະລິດ ແລະ ປຸງແຕ່ງໃບກະທ້ອມ ແມ່ນປະຕິບັດຕາມນະໂຍບາຍ ຫຼື ແຈ້ງການຂອງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ສະ ບັບເລກທີ 8627/2022. ກອຢ ລົງວັນທີ 4 ສິງຫາ 2022 ກ່ຽວກັບການລົງຕິດຕາມ ແລະ ກວດກາອາຫານ ແລະ ຢາ ທີ່ມີສ່ວນປະສົມຂອງ ປໍແກ້ວ, ກັນຊາ ແລະ ກະທ້ອມ ຢູນະຄອນຫຼວງວຽງຈັນ ໂດຍສົມທົບກັບຫຼາຍພາກສ່ວນ; ຜ່ານການລົງກວດກາຕົວຈິງຕາມສື່ສັງຄົມອອນລາຍທີ່ໂພສຂາຍນໍ້າກະທ້ອມຢູ່ເມືອງສີສັດຕະນາກ ເຫັນວ່າສະຖານທີ່ດັ່ງກ່າວແມ່ນໄດ້ຢຸດເຊົາຕົ້ມນໍ້າກະທ້ອມຂາຍ; ດັ່ງນັ້ນ, ທີມງານຈຶ່ງສືບຕໍ່ລົງກວດກາຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ຈຶ່ງພົບກຸ່ມຄົນຈໍານວນໜຶ່ງທີ່ຕົ້ມນໍ້າກະທ້ອມຂາຍ ແລະ ພົບສ່ວນປະກອບໃນການຕົ້ມ ເຈົ້າໜ້າທີ່ຈຶ່ງທໍາການສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ ຫາກມີການເຄື່ອນໄຫວກະທໍາຜິດອີກກໍຈະຖືກດໍາເນີນຕາມຂັ້ນຕອນຂອງກົດໝາຍ.

    ພັທ ປານີ ສຸກສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດນະຄອນຫຼວງວຽງຈັນ ກ່າວວ່າ:

    ການລົງກວດກາສະຖານທີ່ຕ່າງໆໃນນະຄອນຫຼວງວຽງຈັນ ຄັ້ງນີ້ ແມ່ນການສຸມໃສ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຈຸດປະສົງຫຼັກກໍແມ່ນພືດທີ່ໃຫ້ສານເສບ ຕິດ ເຊິ່ງໃນປັດຈຸບັນບັນຫາພືດທີ່ໃຫ້ສານເສບຕິດ ບໍ່ວ່າຈະເປັນ ກັນຊາ, ໃບກະທ້ອມ ສັງຄົມແມ່ນໃຫ້ຄວາມນິຍົມຊົມຊອບໃນການນໍາມາແປຮູບແລ້ວດື່ມກິນ; ສະນັ້ນ, ເຈົ້າໜ້າທີ່ພວກເຮົາຍັງເປັນຫວງຫຼາຍຕໍ່ຜູ້ຊື້-ຂາຍ, ຈໍາໜ່າຍ, ຜູ້ຜະລິດ ແລະ ຜູ້ດື່ມກິນ ສະເພາະຜູ້ດື່ມກິນນັ້ນ ແມ່ນແຕະຕ້ອງເຖິງສຸຂະພາບໃນໄລລະຍາວ ເມື່ອມີການດື່ມກິນເປັນເວລາຍາວນານພືດທີ່ໃຫ້ສານເສບຕິດມັນຈະໄປທໍາລາຍຕໍ່ລະບົບຈິດປະສາດຂອງຄົນ, ເຊິ່ງສານເສບຕິດດັ່ງກ່າວນີ້ເມື່ອດື່ມກິນເຂົ້າໄປໃນເບື້ອງຕົ້ນຈະເຮັດໃຫ້ມີແຮງ, ບໍ່ຫິວເຂົ້າ, ເຮັດໃຫ້ຕົນເອງລ່າເລີງຢາກມ່ວນ ເຊິ່ງລິດຂອງມັນກໍຈະຄ້າຍໆຄືກັບກັນຊາ ແລະ ຢາບ້າ, ແຕ່ເມື່ອໝົດລິດກໍຈະເຮັດໃຫ້ງ່ວງນອນເມື່ອຍລ້າ ຫຼື ເຮັດປະສາດຫຼອນ.

    ເຊິ່ງຜ່ານມາມີຂ່າວລືກັນວ່ານໍ້າໃບກະທ້ອມ ເມື່ອດື່ມແລ້ວຈະເຮັດແກ້ບັນຫາຫຼາຍຢ່າງ ນັ້ນແມ່ນເປັນພຽງຂ່າວລືເທົ່ານັ້ນ ແຕ່ຄວາມຈິງແລ້ວເມື່ອດື່ມເຂົ້າໄປໃນຮ່າງກາຍ ແລະ ດື່ມຕິດຕໍ່ກັນໄປດົນເທົ່າໃດຈະເຮັດໃຫ້ຄົນຜູ້ນັ້ນຕິດແບບດຽວກັບຕິດຢາເສບຕິດ ເມື່ອບໍ່ໄດ້ດື່ມກໍຈະເກີດອາການຫິວຢາ ແລະ ຈະເຮັດໃຫ້ຮ່າງກາຍຊຸໂຊມເປັນແຕ່ລະໄລຍະ ຫຼື ຮ້າຍແຮງໄປກວ່ານັ້ນອາດເຖິງຂັ້ນເສຍຊີວິດໄດ້.

    ຢ່າງໃດກໍຕາມ, ໃບກະທ້ອມ ແມ່ນພືດຊະນິດໜຶ່ງທີ່ນອນຢູ່ໃນກົດໝາຍອາຍາ ແລະ ກົດໝາຍຢາເສບຕິດເກືອດຫ້າມ; ດັ່ງນັ້ນ, ທຸກຄົນໃນ ສປປ ລາວ ບໍ່ຄວນນໍາມາແປຮູບແລ້ວດື່ມກິນ ເພາະມັນຈະເກີດອັນຕະລາຍຕໍ່ສຸຂະພາບໄດ້ໃນໄລຍະຍາວ.

    ສະນັ້ນ, ເພື່ອຮັບປະກັນໃຫ້ບັນຫາການດື່ມ ແລະ ຈໍາໜ່າຍນໍ້າກະທ້ອມໝົດໄປຈາກສັງຄົມ ເຈົ້າໜ້າທີ່ກ່ຽວຂ້ອງຄວນລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ສັງຄົມໃນທຸກໆດ້ານບໍ່ວ່າຈະເປັນຜົນຮ້າຍຕໍ່ຜູ້ນໍາເຂົ້າ, ຜູ້ຜະລິດ, ຜູ້ຈໍາໜ່າຍ ແລະ ຜົນຮ້າຍຂ້າງຄຽງຕໍ່ຜູ້ດື່ມກິນ ໂດຍລົງເຮັດເປັນປະຈໍາ ແລະ ຕໍ່ເນື່ອງ ຖ້າຫາກວ່າບຸກຄົນເຫຼົ່ານີ້ຫາກມີຄວາມຮັບຮູ້ເຖິງໂທດ ແລະ ໄພຂອງພືດດັ່ງກ່າວນີ້ແລ້ວ ເຊື່ອວ່າບັນຫາດັ່ງກ່າວນີ້ກໍຈະຄ່ອຍໆຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດໄປຈາກສັງຄົມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.