ໃນເດືອນກໍລະກົດ 2022, ສະພາບການສັນຈອນໃນຂອບເຂດທົ່ວປະເທດ ຍັງບໍ່ມີຄວາມເປັນລະບຽບຮຽບຮ້ອຍດີປານໃດ, ຢູ່ຕົວເມືອງໃຫຍ່ການສັນຈອນຍັງສັບສົນ ບວກກັບເສັ້ນທາງບາງຈຸດຍັງເປັນບວກເປັນຂຸມ ເຮັດໃຫ້ຫຍຸ້ງຍາກໃນການສັນຈອນ ແລະອື່ນໆ. ເຊິ່ງອົງປະກອບດັ່ງກ່າວ ກໍເປັນສ່ວນໜຶ່ງພາໃຫ້ເກີດອຸບັດຕິເຫດບົນທ້ອງຖະໜົນຕາມມາ, ເຊິ່ງສະແດງອອກໃນເດືອນກໍລະກົດ ຜ່ານມາ ທົ່ວປະເທດມີຜູ້ເສຍຊີວິດຈາກອຸບັດຕິເຫດທັງໝົດ 66 ຄົນ.
ເຈົ້າໜ້າທີ່ກົມຕໍາຫຼວດຈາລະຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານໃຫ້ຮູ້ວ່າ:
ສະເພາະໃນເດືອນກໍລະກົດ 2022 ທົ່ວປະເທດຜູ້ໃຊ້ລົດ-ໃຊ້ຖະໜົນຈໍນວນໜຶ່ງ ຍັງລະເມີດກົດລະບຽບການສັນຈອນທີ່ວາງອອກ ເປັນຕົ້ນແມ່ນໃຊ້ຄວາມໄວເກີນ, ດື່ມສິ່ງມຶນເມົາ ແລະ ປ່ຽນທິດທາງລົດກະທັນຫັນ ເກີດຂຶ້ນທັງໝົດ 454 ຄັ້ງ ບາດເຈັບ 646 ຄົນ ແລະ ເສຍຊີວິດ 66 ຄົນ.
ສຳລັບເວລາທີ່ເກີດອຸບັດຕິເຫດ ອັນດັບ 1 ແມ່ນເວລາ 17:00-24:00, ວັນທີ່ເກີດອຸບັດຕິເຫດຫຼາຍກ່ວາໝູ່ແມ່ນ ວັນເສົາ, ອາຍຸທີ່ເກີດອຸບັດຕິເຫດຫຼາຍທີ່ສຸດ ແມ່ນ 16-30 ປີ, ອຸບັດຕິເຫດຫຼາຍທີ່ສຸດແມ່ນ ຊາວນາ, ກໍາມະກອນ ແລະ ນັກຮຽນ, ຄົນຕ່າງຊາດທີ່ເກີດອຸບັດຕິເຫດຢູ່ລາວຫຼາຍທີ່ສຸດແມ່ນ ຄົນຈີນ ແລະ ແຂວງທີ່ເກີດອຸບັດຕິເຫດຫຼາຍທີ່ສຸດແມ່ນ ນະຄອນຫຼວງວຽງຈັນ.