ຜິດຖຽງກັນຮຸນແຮງແທງກັນຈົນເສ ຍ ຊ ີ ວ ິ ດແລະເຈັບສາຫັດເຂດບ້ານນາໄຫ

    2
    689

    ບ້ານນາໄຫ ໃນວັນທີ 20/8/2022 ເວລາ14:30ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າມີເຫດທະເລາະວິວາດ ຢູ່ເຂດບ້ານນາໄຫ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ.

    ທີມກູ້ຊີບກູ້ໄພນະຄອນຫຼວງເຂດ 2 ຈຸດ ເມືອງຫາດຊາຍຟອງ ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 2 ຄົນເປັນເພດຊາຍ 1 ຄົນ ເພດຍິງ 1 ຄົນ ອາຍຸ 21 ປີ ປະຊາຊົນ ບ້ານນາໄຫ ເມືອງຫາດຊາຍຟອງ ນວ.

    ອາການເບື້ອງຕົ້ນແມ່ນ: ເພດຍິງ: ເສຍຊີວິດ ເພດຊາຍ: ບາດເຈັບສາຫັດ

    ດັ່ງນັ້ນທີມກູ້ຊີບ-ກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແກ່ຄົນເຈັບແລ້ວນຳສົ່ງໂຮງໝໍເຊດຖາທິຣາດ ເພື່ອໄປປີ່ນປົວໃຫ້ຊ່ວງເຊົ່າ.

    ສ່ວນຜູ້ເສຍຊີວິດ ໄດ້ໃຫ້ເຈົ້າໜ້າທີ່ກວດສອບສັນນະສູດສົບແລ້ວ ຕິ່ງໄດ້ຫໍ່ສົບໃຫ້ພີ່ນ້ອງເພື່ອໄປ ໄປຊາປະນະກິດ.

    ສາເຫດຂອງການຜິດຖຽງກັນ, ເຈົ້າໜ້າທີ່ຈະສືບສວນຕໍ່ໄປ.

    #ອຸປະຕິເຫດສຸກເສີນໂທ : 🚑 1624 ຈຸດເມືອງຫາດຊາຍຟອງ 02076551624 ຈຸດເມືອງຫາດຊາຍຟອງ ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ.📍📍

    ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ ອຸປະກອນການແພດຕ່າງໆ ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

    ຕິດຕໍ່ສອບຖາມ:020 56691624 ຫຼື ໂອນບັນຊີ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK010120000993902001 ທີມກູ້ຊີບກູ້ໄພນະຄອນຫຼວງ1624

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.