ເຕືອນແມ່ຄ້າອອນລາຍ ຖືກຜູ້ໃຊ້ບັນຊີໄທ ຫລອກລວງຄົນລາວໂອນເງິນຊື້ເຄື່ອງ ແຕ່ບໍ່ໄດ້ເຄື່ອງເສຍຫາຍຫລາຍຮ້ອຍລ້ານກີບ

0
199

ວັນທີ 12 ສິງຫາ 2022 ຜ່ານມານີ້ ມີແມ່ຄ້າອອນລາຍທ່ານໜຶ່ງອອກມາໂພສເຕືອນສັງຄົມ ເນື່ອງຈາກຕົນເອງຖືກບຸກຄົນທີ່ໃຊ້ບັນຊີໄທ ຫລອກຫລວງໃຫ້ໂອນເງິນຊື້ເຄື່ອງແຕ່ບໍ່ໄດ້ເຄື່ອງ ຜູ້ກ່ຽວເລົ່າສູ່ທີມຂ່າວຊາບວ່າ: ຕົນເອງເຫັນບຸກຄົນດັ່ງກ່າວໂພສຂາຍເຄື່ອງໃນເຟສບຸກ ເຫັນວ່າເປັນສິ່ງຂອງທີ່ໜ້າສົນໃຈ ແລະ ພ້ອມຕ້ອງການພໍດີ ຈຶ່ງໄດ້ແຊັດຫາ ພ້ອມຕົກລົງລາຄາຊື້ຂາຍ ຜູ້ກ່ຽວໄດ້ສົ່ງເລກ

ບັນຊີ ແລະ ມີບັດປະຈຳຕົວໃຫ້ເບິ່ງພ້ອມ ໂດຍອອກຊື່ ສຸລິພອນ ສອນພົມເປັນພາສາໄທ (น.ส สุรีพร สอนพรม) ແຕ່ຫລອກໃຫ້ລໍແລ້ວລໍອີກ ສຸດທ້າຍບໍ່ໄດ້ເຄື່ອງ ແລະ ຖືກບລັອກໄປໃນທີ່ສຸດ ແລ້ວກໍສ້າງເຟສໃໝ່ໄປເລື້ອຍໆ.ປັດຈຸບັນ, ມີຜູ້ຖືກຫລອກ ຫລື ໄດ້ຮັບຄວາມເສຍຫາຍຫລາຍຄົນ ເປັນເງິນຈຳນວນຫລາຍຮ້ອຍລ້ານກີບ (ເງິນໄທຫລາຍແສນບາດ).

ດັ່ງນັ້ນ, ຈຶ່ງຝາກເຕືອນເຖິງແມ່ຄ້າອອນລາຍທີ່ຈະຊື້ເຄື່ອງຈາກອອກລາຍ ໂດຍສະເພາະນຳບັນຊີໄທ ບັນຊີດັ່ງກ່າວນີ້ ໃຫ້ຫລີກເວັ້ນ ແ/ະ ຕ້ອງມີຄວາມລະມັດລະວັງສູງ, ກວດເຊັກແຫລ່ງທີ່ໄປທີ່ມາ, ເບິ່ງຖານການຊື້ຂາຍໃຫ້ລະອຽດ ເພື່ອບໍ່ເປັນເຫຍື່ອຂອງບຸກຄົນດັ່ງກ່າວ.

ນອກນີ້, ແມ່ຄ້າບຸກຄົນດັ່ງກ່າວໄດ້ອອກມາໂພສສັງລວມເອົາບຸກຄົນທີ່ຖືກຫລອກແລ້ວຈະສົ່ງຂໍ້ມູນຂໍຄວາມຊ່ວຍເຫລືອຈາກເຈົ້າໜ້າທີ່ໄທ ສຳລັບທ່ານໃດທີ່ໄດ້ຮັບຄວາມເສຍຫາຍສາມາດສົ່ງຂໍ້ມູນໄດ້ທີ່ເບີ 02055879298 ເພື່ອຮວບຮວມຂໍ້ມູນເປັນຫລັກຖານ.

ທີ່ມາ : ໜັງສືພິມລາວພັດທະນາ