ກະກຽມຮັບມື! ເຂື່ອນໄຟຟ້ານໍ້າຄານ 2 ແລະ 3 ຈະເປີດປະຕູລະບາຍນໍ້າ ຈົນຮອດທ້າຍເດືອນ
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ໃຫ້ຮູ້ວ່າ: ເຂື່ອນໄຟຟ້ານໍ້າຄານ 02 ນ້ຳຄານ 03 ແມ່ນໄດ້ເປີດປະຕູລະບາຍນໍ້ານອງອອກຈາກອ່າງເກັບນ້ຳຂອງເຂື່ອນ ໃນວັນທີ 19/08/2022 ຫາວັນທີ 31/08/2022 ເນື່ອງຈາກປັດຈຸບັນ ລະດັບນ້ຳຂອງເຂື່ອນ ແມ່ນຢູ່ໃນລະດັບໃກ້ກັບລະດັບສູງຂອງທັງ 02 ເຂື່ອນ
ໂດຍຈະປ່ອຍນ້ຳ ຕາມປະລິມານນ້ຳທີໄຫຼ່ເຂົ້າອ່າງ ນ້ຳຄານ 02 ປ່ອຍ 103m3/s(ລວມຜ່ານກົງຫັນຜະລິດໄຟຟ້າ) ແລະ ນ້ຳຄານ 03 ປ່ອຍ 155 m3/s(ລວມຜ່ານກົງຫັນຜະລິດໄຟຟ້າ) ອາດຈະມີການປຽນແປງຕາມສະພາບຕົວຈິ່ງ ຊຶ່ງຈະເຮັດໃຫ້ລະດັບນໍ້າຢູ່ຕອນລຸ່ມຂອງເຂື່ອນເພີ່ມຂຶ້ນຢ່າງກະທັນຫັນ
ດັ່ງນັ້ນ, ເພື່ອເປັນການຮັບມືຈາກຜົນກະທົບທີ່ອາດເກີດຂຶ້ນໃນເຂດພື້ນທີ່ຕອນລຸ່ມເຂື່ອນ ແລະ ຕາມສາຍນໍ້າຄານ ບໍລິສັດຈຶ່ງໄດ້ແຈ້ງເຕືອນໄພໄປຍັງປະຊາຊົນທີ່ອາໃສຕາມສາຍນໍ້າຄານ ໃຫ້ຮັບຊາບທົ່ວເຖິງກັນ ເພື່ອຮັບມືກັບລະດັບນໍ້າທີ່ອາດຈະສູງຂຶ້ນ.