6 ເດືອນຕົ້ນປີ ປກສ ສະຫວັນນະເຂດ ສາມາດຍາດໄດ້ຜົນງານຫຼາຍດ້ານ

    0
    97

    ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຫັນວ່າ ມີຜົນງານຫຼາຍດ້ານ, ເປັນປະທານໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກົມກອງອອ້ມຂ້າງ, ປກສ 14 ຕົວເມືອງ 1 ນະຄອນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

    ພັທ ຄໍາສຸກ ປະເສີດຄໍາຫຼ້າ ຫົວໜ້າຫ້ອງການ ໃຫ້ຮູ້ວ່າ:

    ໃນ 6 ເດືອນຕົ້ນປີ ທົ່ວແຂວງມີຄະດີຢາເສບຕິດທັງໝົດ 176 ເລື່ອງ, ມີຜູ້ຖືກຫາ 280 ຄົນ ຍິງ 25 ຄົນ, ຄົນຕ່າງປະເທດ 3 ຄົນ, ໂດຍມີກາງຄະດີດັ່ງນີ້: ຢາບ້າ 2.773.573 ເມັດ, ຢາອີ 467 ເມັດ, ຢາໄອສ໌ 51 ຖົງ, ຢາເຄ 1 ຖົງ, ກັນຊາ 1.042 ກິໂລກຼາມ, ລົດໃຫຍ່ 4 ຄັນ, ລົດຈັກ 39 ຄັນ, ເງິນກີບ 16.299.000 ກີບ, ເງິນບາດ 475.270 ບາດ, ເງິນໂດລາ 865 ໂດລາ ແລະ ອາວຸດເສີກ 3 ກະບອກ ພ້ອມລູກກະສູນ 106 ລູກ.

    ສຳລັບຄະດີອາຍາ ເກີດຂຶ້ນທັງໝົດ 97 ເລື່ອງ, ມີຜູ້ຖືກຫາ 109 ຄົນ ຍິງ 9 ຄົນ, ຜົນເສຍຫາຍ ແມ່ນມີຜູ້ເສຍຊີວິດ 3 ຄົນ, ບາດເຈັບສາຫັດ 4 ຄົນ, ມີລົດຈັກ 45 ຄັນ, ເງິນກີບ 87.455.000 ກີບ, ເງິນບາດ 120.000 ບາດ, ເງິນໂດລາ 400 ໂດລາ ແລະ ສາມາດເກັບກູ້ລົດຈັກຄືນໄດ້ 24 ຄັນ ກັບ ເງິນກີບ 5.800.000 ກີບ.

    ສ່ວນຄະດີຄ້າມະນຸດ ມີ 4 ເລື່ອງ, ມີຜູ້ຖືກຫາ 5 ຄົນ ເປັນຍິງ 1 ຄົນ ແລະ ຜູ້ເສຍຫາຍ 1 ຄົນ.

    ຄະດີເສດຖະກິດ ມີ 28 ເລື່ອງ, ຜູ້ຖືກຫາ 6 ຄົນ ຍິງ 2 ຄົນ, ເປົ້າໝາຍ 16 ຄົນ ຍິງ 6 ຄົນ, ຜົນເສຍຫາຍເປັນເງິນກີບ 17.509.159.386 ກີບ, ເງິນບາດ 11.142.900 ບາດ, ເງິນໂດລາ 137.101 ໂດລາ ແລະ ລົດໃຫຍ່ 1 ຄັນ.

    ດ້ານອຸບັດຕິເຫດ ເກີດຂຶ້ນທັງໝົດ 354 ຄັ້ງ, ຜູ້ຖືກຫາ 18 ຄົນ, ຄົນຕ່າງປະເທດ 4 ຄົນ, ໄດ້ຮັບບາດເຈັບ 100 ຄົນ ຍິງ 25 ຄົນ, ເສຍຊີວິດ 62 ຄົນ ຍິງ 16 ຄົນ ແລະ ພາຫະນະເປ່ເພໃຊ້ການບໍ່ໄດ້ 17 ຄັນ. ນອກນີ້, ຍັງມີອັກຄີໄພ ເກີດຂຶ້ນທັງໝົດ 11 ຄັ້ງ.

    ຫຼັງຈາກນັ້ນ, ປະທານກອງປະຊຸມ ກໍໄດ້ມີຄໍາເຫັນເຈາະຈິ້ມຕໍ່ກັບບາງບັນຫາທີ່ສຳຄັນ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນນຳຜູ້ເຂົ້າຮ່ວມ ຢ່າງກົງໄປ-ກົງມາ ແລະ ເລິກເຊິ່ງ.

    ພ້ອມນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການເຮັດສຳເລັດວຽກງານຮາກຖານການເມືອງ ຢູ່ 3 ເມືອງ 1 ນະຄອນ ປະຈໍາປີ 2021 ຈໍານວນ 129 ສະຫາຍ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເອົາໃຈໃສ່ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ເປັນແບບຢ່າງທີ່ດີຂອງກຳລັງປະກອບອາວຸດ, ເອົາໃຈໃສ່ການປັບປຸງກໍ່ສ້າງກຳລັງ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານໃຫ້ເລິກເຊິ່ງ, ເພີ່ມທະວີແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂໍ້ກໍານົດກົດລະບຽບຂອງກໍາລັງໃຫ້ເຂັ້ມແຂງໜັກແໜ້ນຂຶ້ນເປັນກ້າວໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.