ໃນເດືອນກໍລະກົດ ແຂວງຫຼວງນ້ຳທາ ມີອຸບັດປະຕິເຫດເກີດຂຶ້ນທັງໝົດ 28 ຄັ້ງ

    0
    97

    ກອງຄະດີອຸບັດຕິເຫດ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເດືອນກໍລະກົດ 2022, ທົ່ວແຂວງມີອຸບັດປະຕິເຫດເກີດຂຶ້ນທັງໝົດ 28 ຄັ້ງ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີ ວິດ 1 ຄົນ.

    ອຸບັດຕິເຫດທີ່ເກີດຂຶ້ນມີ ລົດຈັກຕໍາລົດຈັກ ເກີດຂຶ້ນ 6 ຄັ້ງ, ລົດຈັກຕຳ ກັບລົດໃຫຍ່ 11 ຄັ້ງ, ລົດຈັກຕຳກັບລົດຖີບ 1 ຄັ້ງ, ລົມເອງ 1 ຄັ້ງ, ລົດໃຫຍ່ຕໍາລົດໃຫຍ່ 5 ຄັ້ງ, ລົດຈັກຕໍາຄົນຍ່າງ 4 ຄັ້ງ; ມີພາຫະນະເປ່ເພເລັກໜ້ອຍ 32 ຄັນ, ເປ່ເພສົມຄວນ 17 ຄັນ, ມີຄົນໄດ້ຮັບ ບາດເຈັບເລັກໜ້ອຍ 32 ຄົນ, ສົມຄວນ 10 ຄົນ, ສາຫັດ 5 ຄົນ ແລະ ເສຍຊີວິດ 1 ຄົນ, ລວມມູນຄ່າເສຍຫາຍ 355 ລ້ານ ກີບ.

    ຄະດີອຸບັດປະຕິເຫດດັ່ງກ່າວ, ຖ້າທຽບໃສ່ເດືອນມິຖຸນາຜ່ານມາ ແມ່ນຫຼຸດລົງ 1 ຄັ້ງ; ສ່ວນສາເຫດທີ່ພາໃຫ້ ເກີດອຸບັດຕິເຫດສ່ວນໃຫຍ່ແມ່ນເກີດ ຈາກຜູ້ຂັບຂີ່ລົດປະໝາດຂາດສະຕິ, ດື່ມສິ່ງມືນເມົາແລ້ວຂັບຂີ່ລົດໄວ ແລະ ແຊງບໍ່ຮັບປະກັນ.

    ພ້ອມນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ຈຶ່ງໄດ້ຮຽກຮ້ອງມາຍັງຜູ້ຂັບຂີ່ຜູ້ໃຊ້ລົດ-ໃຊ້ຖະໜົນທຸກຄົນພາຍໃນແຂວງໃຫ້ມີສະຕິໃນການຂັບຂີ່, ບໍ່ປະໝາດ, ຄວນໃຫ້ກຽດເຊິ່ງກັນແລະກັນໃນເວລາຂັບຂີ່, ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພຂອງຕົວທ່ານເອງ ແລະ ຄົນອ້ອມຂ້າງບໍ່ໃຫ້ເສຍຊີວິດຈາກອຸບັດຕິເຫດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.