ໃນວັນທີ 8 ສິງຫາ 2022 ຜ່ານມາ, ປະຊາຊົນໄປຫວ່ານແຫຫາປາຢູ່ຫ້ວຍນ້ຳຂອບເຂດບ້ານນ້ຳສ້ານ ເມືອງຊຳໃຕ້ ແຂວງຫົວພັນ ໄດ້ພົບເຫັນຢ າ ເ ສ ບ ຕ ິ ດ ( ຢ າ ບ ້ າ . ຈາກນັ້ນ, ຈຶ່ງນໍາມາມອບໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຊຳໃຕ້ ເພື່ອຕິດຕາມຫາເຈົ້າຂອງຢາມາດໍາເນີນຄະດີ.
ທ້າວ ຄຳອົ້ນ ສີຫາພັດ ອາຍຸ 45 ປີ ຢູ່ບ້ານພັນສະຫວັນ ເມືອງຊຳໃຕ້ ຜູ້ພົບເຫັນ ໃຫ້ຮູ້ວ່າ: ໃນເວລາປະມານ 7:00 ໂມງ ຂອງວັນທີ 7 ສິງຫາ 2022, ໄດ້ອອກໄປຫາປາ ພ້ອມດ້ວຍໝູ່ຈໍານວນ 6 ຄົນ ໄດ້ໄປຫາປາຢູ່ຫ້ວຍນ້ຳຂອບເຂດບ້ານສ້ານ ເມືອງຊຳໃຕ້; ພໍວ່ານແຫໄປໄດ້ໄລຍະໜຶ່ງຮອດເວລາປະມານ 9:00 ໂມງ ໄດ້ເຫັນຖົງສີເຫຼືອງເຮັດເປັນມັດໆໄຫຼມານຳນ້ຳເຫັນວ່າ ຖົງເປັນສີແປກໆ ຈຶ່ງໄດ້ເອີ້ນຜູ້ທີ່ໄປຫາປານຳກັນມາເບິ່ງແລ້ວພ້ອມກັນເປີດເບິ່ງຖົງດັ່ງກ່າວ ແລ້ວພົບເຫັນເປັນເ ສ ບ ຕ ິ ດຄ້າຍຄື: ຢາບ້າຈຳນວນຫຼາຍຢູ່ພາຍໃນຖົງດັ່ງກ່າວທີ່ມັດແໜ້ນໜາ. ພໍເຫັນແນວນັ້ນ, ຈຶ່ງໄດ້ເກັບເອົາເ ສ ບ ຕ ິ ດໄວ້ ແລ້ວມາມອບໃຫ້ເຈົ້່າໜ້າທີ່ໃນວັນຕໍ່ມາ.
ພັຕ ທອນທິສັກ ອິນສຸພັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊຳໃຕ້ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງໄດ້ຮັບເອົາຢາເສບຕິດຈຳນວນ 3 ມັດ ເທົ່າກັບ 6.000 ເມັດ, ເຊິ່ງຢາບ້າຈໍານວນດັ່ງກ່າວ ເຈົ້າໜ້າທີ່ຈະສືບຫາເຈົ້າຂອງຢາ ແລ້ວນໍາໄປທໍາລາຍຖິ້ມ.