ໄອຍະການປະຊາຊົນ ແຂວງອັດຕະປື ອອກຄໍາສັ່ງກັກຂັງຜູ້ຖືກຫາຄະດີຢ າ ເ ສ ບ ຕ ິ ດ ຈໍານວນ 130 ຄົນ

    0
    137

    ຕາມການລາຍງານຈາກ ທ່ານ ສົມພົງ ສີຊານົນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື ໄດ້ລາຍງານ ໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ II ໃນວັນທີ 16 ສິງຫາ ຜ່ານມານີ້ວ່າ: ໄລ ຍະຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021 ມາຮອດປັດຈຸບັນ ອົງການໄອຍະການປະຊາຊົນແຂວງ

    ໄດ້ອອກຄໍາສັ່ງພາຕົວ 4 ສະບັບ, ອອກຄໍາສັ່ງຈັບຕົວ ຈໍານວນ 73 ສະບັບ, ໄດ້ອອກຄໍາສັ່ງກັກຂັງພາງຈໍານວນ 153 ສະ ບັບ, ໃນນີ້ ໄດ້ກັກຂັງຜູ້ຖືກຫາຄະດີຢາເສບຕິດທັງໝົດ 130 ຄົນ, ເທົ່າກັບ 84,96% ຂອງຈໍານວນຜູ້ຖືກຫາທັງໝົດ ແລະ ໄດ້ອອກຄໍາສັງປ່ອຍຕົວພາງຜູ້ຖືກຫາຄະດີອາຍາທົ່ວໄປ ຈໍານວນ 33 ສະບັບ ແຕ່ຜູ້ຖືກຫາຄະດີຢາເສບຕິດແມ່ນບໍ່ໄດ້ປ່ອຍຕົວພາງ.

    ທ່ານ ສົມພົງ ສີຊານົນ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບການຕິດຕາມກວດກາການນໍາໃຊ້ມາດຕະການສະກັດກັ້ນ ທີ່ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ເດືອນທັນວາ 2021 ເປັນຕົ້ນມາ ເປັນໄລຍະທີ່ອົງການໄອຍະການປະຊາຊົນແຂວງ ໄດ້ເລີ່ມຈັດຕັ້ງຜັນຂະຫຍາຍວາລະດັ່ງກ່າວ ເຊິ່ງວຽກງານຕົ້ນຕໍທີ່ອົງການໄອຍະການປະຊາຊົນ ແມ່ນການ

    ຕິດຕາມກວດກາ ການດໍາເນີນຄະດີຢາເສບຕິດ,ການສັ່ງຟ້ອງຜູ້ຖືກຫາຄະດີຢາເສບຕິດ ຂຶ້ນສານໃຫ້ຖືກຕ້ອງຕາມກົດໝາຍ ແລະ ເຂັ້ມງວດ ຮັບປະກັນຂໍ້ມູນຫລັກຖານທີ່ຖືກຕ້ອງ ແລະ ນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍຢ່າງເດັດຂາດ ແລະ ທັນການ, ບົນພື້ນຖານວາລະແຫ່ງຊາດດັ່ງກ່າວນັ້ນ ຜ່ານມາອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ສຸມໃສ່ຕິດຕາມກວດກາການດໍາເນີນຄະດີຢາ

    ເສບຕິດ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການຕິດຕາມກວດກາ ການນໍາໃຊ້ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມມາດຕາ 136 ຂອງກົດ ໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ເປັນຕົ້ນແມ່ນການກັກຕົວ, ການຈັບຕົວ, ການກັກຂັງພາງ ແລະ ການປ່ອຍຕົວພາງ ຜູ້ຖືກຫາຄະດີຢາເສບຕິດ ໃຫ້ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ.

    ຜ່ານການຕິດຕາມກວດກາ ເຫັນວ່າ: ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫລວດ ສ່ວນໃຫຍ່ໄດ້ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ ໃນການດໍາເນີນການສືບ ສວນ-ສອບສວນ, ການ

    ປະຕິບັດມາດຕະການສະກັດກັ້ນ ໂດຍລວມ ແມ່ນໄດ້ປະຕິບັດຢ່າງຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແຕ່ກໍມີບາງກໍລະນີທີ່ບໍ່ທັນເຂັ້ມງວດໃນການຈັດ ຕັ້ງປະຕິບັດມາດຕະການສະກັດກັ້ນ ເຊິ່ງອົງການໄອຍະການປະຊາຊົນ ກໍໄດ້ມີການປະ ສານສົມທົບກັບ ອົງການສືບສວນ-ສອບສວນ ເພື່ອແກ້ໄຂຕາມລະບຽບກົດໝາຍ ດ້ວຍການອອກຄໍາເເນະນໍາ ແລະ ການຈັດກອງປະຊຸມຮ່ວມ.

    ຂ່າວ: ວັດທະນາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.