ເກີດເຫດຜົວ ທ້າວ ຈາກໍ ອາຍຸ 56 ປີ ລັ່ນໄກປ ື ນ ປ ິ ດຊ ີ ບເມຍຄາຖຽງໄຮ່

    0
    113

    ໃນວັນທີ 29 ກໍລະກົດ 2022 ເວລາປະມານ 17:00 ໂມງ, ເກີດເຫດຜົວໃຊ້ປືນຍິງເມຍເສຍ ຊີວິດຄາຢູ່ຖຽງໄຮ່ ເຂດບ້ານກຸຍສູງ ເມືອງ ແລະ ແຂວງຫຼວງນ້ຳທາ ຍ້ອນມີການຜິດຖຽງກັນຢ່າງຮຸນແຮງ.

    ພັທ ແນມທອງ ພອນມະນີ ຫົວໜ້າ ປກສ ກຸ່ມບ້ານຫ້ວຍດຳ ເມືອງ ແລະ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ທ້າວ ຈາກໍ ອາຍຸ 56 ປີ ໄດ້ໃຊ້ປືນແກັບຍິງເມຍຊື່ ນາງ ນາດີ ອາຍຸ 38 ປີ ເສຍຊີວິດຢູ່ຖຽງໄຮ່ ຍ້ອນຜູ້ເປັນຜົວໄດ້ລັກເອົາເງິນໝັນໄປຂາຍເວລາທີ່ເມຍບໍ່ຢູ່ເຮືອນ ຈຳນວນ 1 ໝັນ ໄດ້ເງິນ 300.000 ກີບ ແລະ ເມື່ອໄດ້ເງິນແລ້ວ ກໍເອົາໄປໃຊ້ຈ່າຍຊື້ເຫຼົ້າ-ເບຍກິນຈົນໝົດ. ເມື່ອເມຍຮູ້ພາຍຫຼັງ ກໍເກີດມີປາກສຽງຜິດກັນຢ່າງຮຸນແຮງ ແລະ ເຮັດໃຫ້ເມຍບໍ່ພໍໃຈ ຈຶ່ງພາລູກໜີໄປຢູ່ໄຮ່. ຕໍ່ມາຮອດເວລາ 17:00 ໂມງ ຂອງມື້ເກີດເຫດ, ທ້າວ ຈາກໍ ໄດ້ກຽມ ປືນແກັບ 1 ກະບອກ ເພື່ອໄປນຳ ຫາເມຍ ແລະ ລູກສາວຢູ່ໄຮ່.

    ພໍໄປຮອດກາງທາງໄດ້ພົບເຫັນ ເມຍ ເອົາປືນແກັບຢູ່ຖຽງໄຮ່ມາຍິງໂຕຮອກກິນໝາກໄມ້. ຂະນະນັ້ນ, ຜູ້ເປັນເມຍ ເຫັນຜົວຍັງຄິດຢາກຮ້າຍຢູ່ ແລ້ວໄດ້ເວົ້າວ່າ: “ມຶງ” ນຳມາ ເຮັດຫຍັງອີກ “ກູ” ຈະຂ້າມຶງໃຫ້ຕາຍ ພ້ອມທັງຍົກປືນແກັບທີ່ຖືຢູ່ໃນມືເກາະໄກ 2-3 ບາດ ແຕ່ປືນບໍ່ແຕກ. ຈາກນັ້ນ, ກໍເວົ້າວ່າ ມຶງ” ໄປນອນກ່ອນ “ກູ” ຈະເອົາໄມ້ຄ້ອນຕີຫົວໃຫ້ຕາຍ. ພາຍຫຼັງໄດ້ຍິນເມຍເວົ້າແນວນນັ້ນ, ທ້າວ ຈາກໍ ຄິດວ່າແນວໃດເມຍກໍຕ້ອງບໍ່ພໍໃຈ ແລະ ຈະຂ້າຕົນໃຫ້ໄດ້ ຈຶ່ງໃຊ້ປືນແກັບທີ່ຖືໄປຍິງເມຍໃສ່ບໍລິເວນທ້ອງນ້ອຍ 1 ບາດ ເຮັດໃຫ້ເມຍເສຍຊີວິດ. ຈາກນັ້ນ, ກໍເອົາຕົວຫຼົບໜີເຂົ້າປ່າ ໄດ້ 2 ມື້ຕໍ່ມາ ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວ.

    ໃນໄລຍະຜ່ານມາ, ທ້າວ ຈາກໍ ມີປະຫວັດພົວພັນກັບຢາເສບຕິດ ແລະ ມີປາກສຽງຜິດກັນກັບເມຍມາຕະຫຼອດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.