ຈຳຄຸກ ນາງ ຝົນ ອາຍຸ 36 ປີ ຖານມີອ າ ວ ຸ ດຄອບຄອງຜິດກົດໝາຍ ຖືກສານຕັດສິນລົງໂທດຕັດອິດສະລະພາບ 1 ປີ ພ້ອມທັງປັບໃໝ

    0
    115

    ໃນວັນທີ 16 ສິງຫາ 2022, ຄະນະສານອາຍາສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນຄະດີໃນສະຖານຄອບຄອງອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍ. ໃນນັ້ນ, ມີ ຈໍາເລີຍຊື່ ນາງ ຝົນ ອາຍຸ 36 ປີ ພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ຖືກສານຕັດສິນລົງໂທດຕັດອິດສະລະພາບ 1 ປີ ພ້ອມທັງປັບໃໝ.

    ຕາງໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງໃຫ້ຮູ້ວ່າ: ໃນວັນທີ 12 ມີນາ 2022, ນາງ ຝົນ, ທ້າວ ລູ່ກູ່ (ຄົນຈີນ) ບໍ່ຮູ້ບ້ານຢູ່, ນາງ ລີ່ລີ່ (ບໍ່ຮູ້ບ້ານ) ແລະ ທ້າວ ລາວເຊີນ (ຄົນຈີນ) ບໍ່ຮູ້ບ້ານຢູ່ ໄດ້ພາກັນຂັບຂີ່ລົດເກ໊ງສີຂາວ ໝາຍເລກທະບຽນ ກຄ 7136 ຂອງ ນາງ ຝົນ ໄປຫຼິ້ນຮ້ານຄາຣາໂອເກະ 9999 ຢູ່ຊັ່ງຈຽງ ເມືອງສີໂຄດຕະບອງ ເມື່ອໄປຮອດ ນາງ ຝົນ ໄດ້ໂທລະສັບໃຫ້ ນາງ ຊິງ ມາຫາຢູ່ຮ້ານ. ຈາກນັ້ນ, 30 ນາທີຕໍ່ມາ ນາງ ຊິງ ແລະ ທ້າວ ອາເຈີນ (ຄົນຈີນ) ບໍ່ຮູ້ທີ່ຢູ່ກໍມາຮອດ. ຈາກນັ້ນ, ຕໍ່ມາໝູ່ຂອງ ທ້າວ ລູ່ກູ່ ກໍມາອີກ ຈຳນວນ 5 ຄົນຊື່: ທ້າວ ອາຈຽນ ແລະ ທ້າວ ອາຈີນ (ບໍ່ຮູ້ບ້ານຢູ່), ສ່ວນອີກ 3 ຄົນແມ່ນບໍ່ຮູ້ຊື່.

    ຮອດເວລາ 23:00 ໂມງ ນາງ ຊິງໄດ້ມີປາກສຽງຜິດຖຽງກັນກັບ ທ້າວ ອາເຈີນ ແລະ ທ້າວ ອາເຈີນ ກໍໄດ້ດຶກໂທລະສັບໃສ່ຝາ. ຫຼັງຈາກນັ້ນ, ທ້າວ ລູ່ກູ່ ຈຶ່ງເຂົ້າໄປຫ້າມພ້ອມທັງພາອອກໄປນອກຫ້ອງ. ໃນເວລາດຽວກັນນັ້ນ, ທ້າວ ລາວເຊີນ ໄດ້ຈັບເອົາປືນສັ້ນ ZORAKI 2014-T ອອກມາຈາກຖົງ. ແຕ່ນາງ ລີ່ລີ່ ແມ່ນໄດ້ຍາດເອົາປືນດັ່ງກ່າວ ແລ້ວເອົາໃຫ້ ນາງ ຝົນ ໄປໄວ້ໃນຕັບໂລລົດເກ໊ງສີຂາວທີ່ພວກກ່ຽວຂີ່ມາ ແລະ ເວລາຕໍ່ມາທ້າວ ລູ່ກູ່, ທ້າວ ອາເຈີນ, ທ້າວ ຊັງເຈ ໄດ້ແລ່ນມາຂຶ້ນລົດນຳຜູ້ກ່ຽວ ພ້ອມບອກໃຫ້ຂັບລົດຫຼົບໜີເຈົ້າໜ້າທີ່ ແຕ່ໜີບໍ່ລອດຖືກຈັບຕົວໄປດໍາເນີນຄະດີ ຄື: ນາງ ຝົນ, ທ້າວ ອາເຈີນ ແລະ ທ້າວ ຊັງເຈ, ສ່ວນ ທ້າວ ລູ່ກູ່ ແມ່ນເອົາຕົວຫຼົບໜີໄປໄດ້. ຂະນະດຽວກັນ, ເຈົ້າໜ້າທີ່ ຍັງໄດ້ນໍາກໍາລັງເຂົ້າກວດຄົ້ນລົດເກ໊ງສີຂາວ ໝາຍເລກທະບຽນ ກຄ 7136 ພົບເຫັນປືນສັ້ນ ພ້ອມລູກ ຈໍານວນ 4 ລູກ.

    ຜ່ານການຄົ້ນຄວ້າບັນດາຫຼັກຖານເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ ມີຫຼັກຖານຮັດກຸມທີ່ໜັກເເໜ້ນ ແລະ ພຽງພໍຢັ້ງຢືນວ່າ: ການກະທໍາຂອງ ນາງ ຝົນ (ຈຳເລີຍ) ເປັນການກະທຳຜິດຕາມປະມວນ ກົດໝາຍອາຍາ ມາດຕາ 132 ໃນສະຖານການມີໄວ້ໃນຄອບຄອງອາວຸດເສີກໂດຍບໍ່ຖືກຕ້ອງຕາມກົດໝາຍ, ເຊິ່ງແຕະຕ້ອງຕໍ່ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ. ການກະທໍາຂອງຈໍາເລີຍ ຍັງເປັນການກະທໍາຜິດໂດຍເຈດຕະນາ, ເນື່ອງດ້ວຍວ່າ ຈຳເລີຍມີຄວາມຕັ້ງໃຈເຄື່ອນໄຫວຄອບຄອງອາ ວຸດເສີກ ໂດຍບໍ່ຖືກຕ້ອງຕາມກົດໝາຍ.

    ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບນາງ ຝົນ (ຈໍາເລີຍ) 1 ປີ ແລະ ປັບໃໝ 5.000.000 ກີບ ແຕ່ໃນເວລາສອບສວນ ຈໍາເລີຍ ແມ່ນໄດ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຈຶ່ງເຫັນຄວນໃຫ້ຜູ້ກ່ຽວປະຕິບັດ ໂທດຕົວຈິງພຽງແຕ່ 5 ເດືອນ ກັບ 10 ວັນ; ຕໍ່ກັບຂອງກາງປະເພດ ປືນສັ້ນ ພ້ອມລູກປືນ 4 ລູກ ແມ່ນຮິບເຂົ້າເປັນຂອງລັດ, ສ່ວນລົດເກ໊ງທີ່ບໍ່ມີສ່ວນກ່ຽວຂ້ອງແມ່ນສົ່ງຄືນເຈົ້າຂອງເດີມ.

    ເຫັນວ່າ: ທ້າວ ອາເຈີນ ແລະ ທ້າວ ຊັງເຈ ທີ່ບໍ່ມີສ່ວນພົວພັນກັບຄະດີ ເເລະ ເຈົ້າໜ້າທີ່ໃຫ້ປະກັນຕົວແລ້ວ, ທ້າວ ກູ່ລູ່ ທີ່ໄດ້ເອົາຕົວຫຼົບໜີ, ສ່ວນ ທ້າວ ລາວເຊີນ ແລະ ນາງ ລີ່ລີ່ ເຈົ້າໜ້າທີ່ພວມເກັບກຳຂໍ້ມູນ ເພື່ອດຳເນີນຄະດີຕາມກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.