ຊົມເຊີຍ ເກັ່ງຫຼາຍເຈົ້າໜ້າທີ່ ຊອກຈັບໂຈນສອງຄົນລັກລົດຈັກໄດ້ ພາຍໃນ 2 ຊົ່ວໂມງ

    0
    108

    ສືບຄົ້ນຫາ 2 ຊົ່ວໂມງ ສາມາດຈັບຜູ້ກໍ່ເຫດລັກຊັບໄດ້ 2 ຄົນ ພ້ອມເກັບກູ້ຂອງກາງລົດຈັກ 1 ຄັນ

    ຂ່າວ: ຮຕ ເພັດກາລິນ ບັນທະສຸກ

    ຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນເວລາ 10:30 ໂມງ ຂອງວັນທີ 15 ສິງຫາ 2022 ວ່າ: ມີເຫດການຄົນຮ້າຍລັກລົດຈັກ ທີ່ຈອດໄວ້ໜ້າເຮືອນ ບ້ານຫວ້ຍຫົງ ເມືອງຈັນທະບູລີ ນວ, ປກສ ກຸ່ມ 05 ໜອງທາ ຈຶ່ງໄດ້ລົງກວດກາ ເກັບກຳຂໍ້ມູນ ຫຼັກຖານ ໃຊ້ເວລາ 2 ຊົ່ວໂມງກວ່າ ສາມາດຈັບຜູ້ຖືກສົງໃສໄດ້ 2 ຄົນ ພ້ອມເກັບກູ້ລົດຈັກຄັນດັ່ງກ່າວຄືນມາມອບໃຫ້ເຈົ້າຂອງເດີມ.

    ພັທ ຄຳພັດ ສົມມະລັດ ຫົວໜ້າ ປກສ ກຸ່ມ 05 ໜອງທາ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2022, ມີເຫດການຄົນຮ້າຍລັກລົດຈັກ ຄິກໄອ ສີຂາວດຳ ປ້າຍທະບຽນ ດລ 8564 ກໍາແພງນະຄອນ ທີ່ຈອດປະໄວ້ໜ້າເຮືອນ, ຕໍ່ມາວັນທີ 15 ສິງຫາ 2022, ເວລາ 10:30 ໂມງ ຈຶ່ງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍ,

    ຫຼັງຈາກຮັບແຈ້ງ ປກສ ກຸ່ມ 05 ໜອງທາ ເມືອງຈັນທະບູລີ ຈຶ່ງໄດ້ລົງຕິດຕາມ ສືບຄົ້ນຫາ ໂດຍໄດ້ສົມທົບກັບ ປກສ ບ້ານຫ້ວຍຫົງ ແລະ ບ້ານໜອງປີງ, ຮອດເວລາ 12:40 ໂມງຂອງວັນດຽວກັນ ສາມາດຈັບຕົວຜູ້ຖືກສົງໃສໄດ້ 2 ຄົນ ຢູ່ເສັ້ນທາງບ້ານໜອງປີງ ພ້ອມລົດຈັກຄັນດັ່ງກ່າວ, ຊາບຊື່ ທ້າວ ໄພທູນ ຫຼື ເລ້ ອາຍຸ 29 ປີ ຫວ່າງງານ ບ້ານ ໜອງປີງ ເມືອງຈັນທະບູລີ ແລະ ທ້າວ ສິດທິເດດ ຫຼື ນ້ອຍ ອາຍຸ 32 ປີ ຫວ່າງງານ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນວ.

    ສອບສວນ ເບື້ອງຕົ້ນຮັບສາລະພາບວ່າ: ຜ່ານມາເຄີຍເຄື່ອນໄຫວລັກເອົາລັກຈັກມາແລ້ວຈຳນວນ 03 ຄັ້ງ.

    ເພື່ອເປີດກວ້າງຂະຫຍາຍຜົນຊອກຫາກຸ່ມຄົນຮ່ວມຂະບວນການມາດຳເນີນຄະດີ ປກສ ກຸ່ມ 05 ໜອງທາ ຈຶ່ງສົ່ງ 2 ຜູ້ຖືກສົງໃສ ໃຫ້ ປກສ ເມືອງຈັນທະບູລີດຳເນີນຄະດີ ຕາມກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.