ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ຈັບເປົ້າໝາຍຂາຍຢ າ ເ ສ ບ ຕ ິ ດໄດ້ 5 ຄົນ ພ້ອມຂອງກາງ

    0
    97

    ວັນທີ 30 ມິຖຸນາ – 1 ກໍລະ ກົດ 2022, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ລົງສົມທົບກັບ ປກສ ກຸ່ມນາໂດນ, ເໝືອງບ່າ ເພື່ອລົງຕິດຕາມເປົ້າໝາຍຢ າ ເ ສ ບ ຕ ິ ດຢູ່ເຂດບ້ານຄຳບຸ່ນ ເມືອງທ່າແຂກ ສາມາດຈັບເປົ້າໝາຍໄດ້ 5 ຄົນ ພ້ອມຢ າ ບ້ າ 3 ມັດ ແລະ 1.177 ເມັດ, ລວມຢ າ ບ້ າ 7.177 ເມັດ ໄປດຳເນີນຄະດີ.

    ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢ າ ເ ສ ບ ຕ ິ ດ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ມາດ ອາຍຸ 23 ປີ ມີຢາບ້າ 89 ເມັດ, ທ້າວ ແກ້ວ ວິໄຊ ຫຼື ທ້າວ ແຫຼມກ໋ອງ ອາຍຸ 28 ປີ ມີຢ າ ບ້ າ 53 ເມັດ, ທ້າວ ອົດ ອາຍຸ 43 ປີ ມີຢາບ້າ 936 ມັດ, ທັງສາມຄົນຢູ່ບ້ານຄໍາບຸ່ນ ເມືອງທ່າ ແຂກ ແລະ ນາງ ຄຳເຜືອກ ອາຍຸ 35 ປີ ບ້ານກະສິ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ມີຢ າ ບ້ າ 99 ເມັດ. ພວກກ່ຽວຮັບວ່າຢ າ ບ້ າຈຳນວນ ທັງໝົດໄດ້ຊື້ມາຂາຍໃຫ້ກັບໄວລຸ້ນ ມົ້ວສຸມ.

    ທ້າວ ອົດ ຍັງຮັບສາລະພາບ ຕື່ມວ່າ: ຢາບ້າທີ່ຕົນນຳມາຂາຍ ແມ່ນຊື້ມາຈາກ ທ້າວ ວຽງສະຫວັນ ອາຍຸ 44 ປີ ຢູ່ບ້ານຫ້ວຍໄຮ ເມືອງປາກກະດິງ ແຂວງບໍລິຄຳໄຊ. ຈາກນັ້ນ, ມາຮອດເວລາ 11:30 ໂມງ ຂອງວັນທີ 1 ກໍລະກົດ 2022, ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ຈຶ່ງເຂົ້າກັກຕົວ ທ້າວ ວຽງສະຫວັນ ຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານໂພນພີມ ເມືອງທ່າແຂກ ພ້ອມຢ າ ບ້ າ 6.000 ເມັດ ໄປດຳເນີນຄະດີ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.