ປະຕິບັດວິໄນ ນາຍ ແລະ ພົນຕໍາຫຼວດ ຈຳນວນ 5 ສະຫາຍກະທໍາຜິດຕໍ່ກົດໝາຍ ຖານກ່ຽວພົວພັນເ ສ ບ ຢ າ ເ ສ ບ ຕ ິ ດ (ປະເພດຢ າ ບ ້ າ)

0
128

ປະຕິບັດວິໄນ ນາຍ ແລະ ພົນຕໍາຫຼວດ ຈຳນວນ 5 ສະຫາຍກະທໍາຜິດຕໍ່ກົດໝາຍ ຖານກ່ຽວພົວພັນເ ສ ບ ຢ າ ເ ສ ບ ຕ ິ ດ (ປະເພດຢ າ ບ ້ າ).
ທ່ານ ພັນໂທ ພອນວິຈິດ ກີບເກສອນ ຮອງຫ້ອງການເມືອງ ທ່ານ ພັນໂທ ພອນວິຈິດ ກີບເກສອນ ຮອງຫ້ອງການເມືອງ ໄດ້ຜ່ານຄໍາເຫັນວ່າດ້ວຍການປະຕິບັດວິໄນພົນຕຳຫຼວດ, ຂໍ້ຕົກລົງຂອງກົມ

ໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງເຊກອງ ວ່າດ້ວຍການປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ ໃນກໍາລັງ ປກສ ແຂວງເຊກອງ ໃນນີ້ ຕົກລົງປະຕິບັດວິໄນ ນາຍ ແລະ ພົນຕຳຫລວດ ອອກຈາກກໍາລັງປ້ອງກັນຄວາມສະຫງົບໂດຍບໍ່ໄດ້ຮັບການອຸດໜູນນະໂຍບາຍໃດໆຈໍານວນ 5 ສະຫາຍ, ຍິງ 1 ສະຫາຍຄື:

ວທ ໄພສະຫັວນ ເພັດກຸມເມືອງ ອາຍຸ 33 ປີ ໜ້າທີຮັບຜິດຊອບ ຮອງຫົວໜ້າໜ່ວຍງານ ສັງກັດຢູ່ຫ້ອງຕໍາຫຼວດ; ວທ ລັດຕະນະ ດວງຄໍາ ອາຍຸ 28 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງຕໍາຫຼວດ;

ຮຕ ຈະເລີນທອງ ແກ້ວມີສີ ອາຍຸ 34 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັ່ງກັດຫ້ອງຕໍາຫຼວດ; ຮທ ນາງ ສຸດຖະໜອມ ວໍລະດາ ອາຍຸ 33 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ປກສ ເມືອງທ່າແຕງ;

ຮຕ ພົງເພັດ ໃພທິສານ ອາຍຸ 36 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັງກັດຢູ່ ປກສ ເມືອງດາກຈຶງ ຍ້ອນມີການກະທໍາຜິດຕໍ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ມາດຕາ 39 ຂໍ້ 01 ແລະ ປະມວນກົດໝາຍອາຍາ ມາດຕາ 320 ພວກກ່ຽວພົວພັນເ ສ ບ ຢ າ ເ ສ ບ ຕ ິ ດ (ປະເພດຢ າ ບ ້ າ).

ໂອກາດນີ້, ທ່ານ ພັນໂທ ຄໍາບານ ພົມມະນີວົງ ປະທານກວດກາພັກ, ຮອງກອງບັນຊາການ ປກສ ແຂວງເຊກອງ ໄດ້ຮຽກຮ້ອງມາຍັງບັນດາ ຄະນະພັກ, ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ເປັນເຈົ້າການສຶກສາອົບຮົບການເມືອງແນວຄິດ, ຄໍາສັງຕ່າງໆຂອງພັກ-ລັດ ໂດຍສະເພາະແມ່ນລະບຽບ-ກົດໝາຍ ແລະ 17 ຂໍ້ຫ້າມຂອງກຳລັງປ້ອງກັນຄວາມສະຫງົບ ວາງອອກໃຫ້ເລິກເຊິ່ງ; ເພີ່ມທະວີ

ຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ, ກໍາແໜ້ນສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ;ປະຕິບັດໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ກໍາລັງ ແລະ ສັງຄົມໃຫ້ຫຼຸດໜ້ອຍຖອຍລົງ; ພະຍາຍາມຝຶກຝົນຫຼໍ່ຫຼອມຕົນເອງ, ສ້າງທັດສະນະແນວຄິດຄຸນສົມບັດສິນທໍາປະຕິບັດ ແລະ ຮັກສາທາດແທ້ມູນເຊື້ອປະຕິວັດ ຂອງກໍາລັງປ້ອງກັນຄວາມສະ ຫງົບ; ປັບປຸງກົງຈັກ

ການຈັດຕັ້ງ ແລະ ແບບແຜນວິທີການເຮັດວຽກຂອງບັນດາເຫຼົ່າລົບວິຊາສະເພາະໃຫ້ເຂັ້ມແຂງ; ປະຕິບັດລະບົບສ່ອງແສງລາຍງານໃຫ້ເປັນລະບົບຕໍ່ເນື່ອງ ແລະ ເປັນປົກກະຕີ; ແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ, ສ້າງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກວ້າງຂວາງ.

ແຫຼ່ງຂ່າວ ປະເທດລາວ