ໃນວັນທີ 10 ສິງຫາ 2022 ນີ້, ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ຮັບຜົນເສຍຫາຍໜັກຈາກສະພາບນໍ້າຖ້ວມບໍ່ສາມາດເດີນທາງຈາກປາກເຊ ຫາ ແຂວງສາລະວັນ ໄດ້, ຕ້ອງນໍາໃຊ້ເສັ້ນທາງເມືອງທ່າແຕງ-ປາກຊ່ອງຊົ່ວຄາວ, ຄາດວ່າ ການສ້ອມແປງຈະໃຊ້ເວລາປະມານ 1 ເດືອນ.
ທ່ານ ວັນໄຊ ສັກບົວວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງບາຈຽງຈະເລີນສຸກ ໄດ້ລົງສຳຫຼວດຜົນເສຍຫາຍ ແລະ ໃຫ້ສຳພາດວ່າ: ເນື່ອງຈາກຝົນຕົກໜັກຫຼາຍວັນຕິດຕໍ່ກັນເຮັດໃຫ້ເກີດມີສະພາບນໍ້າຖ້ວມ, ນໍ້າແຕກແກ່ງ ແລະ ໄຫຼຊຸແຮງລົ້ນຫ້ວຍຢູ່ບ້ານຫ້ວຍໝາກແງວ ເມືອງບາຈຽງຈະເລີນສຸກ ສົ່ງຜົນເຮັດໃຫ້ຂົວຂ້າມຫ້ວຍຖືກນໍ້າຖ້ວມຊຸເປ່ເພຢ່າງໜັກໜ່ວງ ແລະ ບໍ່ສາມາດໃຊ້ງານໄດ້ ເຮັດໃຫ້ການສັນຈອນເປັນອຳມະພາດ ແລະ ສ້າງຜົນກະທົບຕໍ່ການສັນຈອນໄປ-ມາຂອງປະຊາຊົນ ລວມເຖິງການຂົນສົ່ງສິນຄ້າກະສິກຳຈາກເມືອງເລົ່າງາມ ແຂວງສາລະວັນ ເຂົ້າມາແຂວງຈຳປາສັກ ຜ່ານເສັ້ນທາງເລກທີ 20 ນີ້ ກໍໄດ້ຖືກຢຸດຊົ່ວຄາວແລ້ວ.
ປັດຈຸບັນ, ເຈົ້າໜ້າທີ່ກຳລັງ ປກຊ-ປກສ ແລະ ອົງການປົກຄອງເມືອງ, ອົງການປົກຄອງ ບ້ານ ໄດ້ລົງຊ່ວຍເຫຼືອປະຊາຊົນໃນການຂ້າມຂົວ ໂດຍ ສະ ເພາະໃນກໍລະນີສຸກເສີນມີຄົນເຈັບປ່ວຍ ເພື່ອໄປປິ່ນປົວຢູ່ໂຮງໝໍ; ສ່ວນການຂົນສົ່ງໂດຍສານ, ສິນຄ້າຕ່າງໆຈະທ່ຽວໄດ້ກໍຕໍ່ເມື່ອໄດ້ຮັບການ ສ້ອມ ແປງຂົວຄືນໃໝ່ແຕ່ຄາດວ່າ ຢ່າງໜ້ອຍກໍຈະໃຊ້ເວລາບໍ່ຕໍ່າກວ່າ 1 ເດືອນ.
ເພື່ອແກ້ໄຂບັນຫາການສັນຈອນຢູ່ຂົວຂ້າມຫ້ວຍໝາກແງວໃຫ້ກັບສູ່ສະພາບປົກຕິໂດຍໄວ ທາງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລາຍ ງານ ໃຫ້ອົງການປົກຄອງແຂວງ ແລະ ພົວພັນກັບພະແນກ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອຊ່ວຍເຫຼືອສ້ອມແປງ-ກໍ່ສ້າງຂົວຄືນໃໝ່. ຈາກນີ້, ກໍໄດ້ແຈ້ງໃຫ້ທົ່ວສັງຄົມຮັບຮູ້ ເພື່ອນຳໃຊ້ເສັ້ນທາງອື່ນທົດແທນເປັນການຊົ່ວຄາວ ເປັນຕົ້ນການຂົນສົ່ງໂດຍສານ, ສິນຄ້າຕ່າງໆເຂົ້າມາ ຂໍໃຫ້ ຫຼີກລ່ຽງ ແລະໄປນຳໃຊ້ເສັ້ນທາງທ່າແຕງ-ປາກຊ່ອງຊົ່ວຄາວຈົນກວ່າຂົວຂ້າມຫ້ວຍໝາກແງວ (ທາງເລກ 20 ທີ່ເຊື່ອມຕໍ່ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ) ຈະສ້ອມແປງຄືນໃໝ່ ແລະ ນຳໃຊ້ ໄດ້ເປັນປົກກະຕິ.