ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

    0
    120

    ໃນຕໍ່ໜ້າ, ສານບັນດາແຂວງຊາຍແດນສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ ຈະເອົາໃຈໃສ່ສືບຕໍ່ຮ່ວມມືຮອບດ້ານ ເພື່ອແນໃສ່ສ້າງກົນໄກໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເປັນກ້າວໆ.

    ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສານບັນດາແຂວງຊາຍແດນ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ VI ທີ່ຈັດຂຶ້ນໃນວັນທີ 10-11 ສິງຫາ 2022, ໂດຍການເປັນປະທານຂອງ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ມີທ່ານປະທານສານ, ຮອງປະທານສານ ພ້ອມດ້ວຍຄະນະທັງສາມຝ່າຍ ເຂົ້າຮ່ວມ ວ່າ:

    ເພື່ອເປັນການສະກັດກັ້ນ ແລະ ຕອບຕ້ານອາຊະຍາກໍາຂ້າມຊາດ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ຕາມລະດັບຄາດໝາຍໃນນັ້ນ, ສານບັນດາແຂວງທັງສາມປະເທດ ຈະສືບຕໍ່ປະຕິບັດຕາມຖະແຫຼງການຮ່ວມລະຫວ່າງສາມປະເທດ ໃນປີ 2018 ແລະ ບັນຫາທ້າທາຍຈໍານວນໜຶ່ງທີ່ໄດ້ເກີດຂຶ້ນໃນເວລາຈັດຕັ້ງປະຕິບັດ ແລະ ການຮ່ວມມືໃນໄລຍະຜ່ານມາ.

    ເຊິ່ງສະພາບການຂອງໂລກ ແລະ ພາກພື້ນທີ່ກໍາລັງມີການຜັນແປ, ມີການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນເຮັດໃຫ້ການຈັດຕັ້ງປະຕິບັດຖະແຫຼ່ງການຮ່ວມຄັ້ງທີ 5 ແລະ ການປະສານງານການແກ້ໄຂອາຊະຍາກຳຂ້າມແດນ ພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດຈັດກອງປະຊຸມໃນປີ 2020 ແຕ່ສານທັງສາມປະເທດ ໂດຍສະເພາະ ແມ່ນສານບັນດາແຂວງທີ່ມີຊາຍແດນຕິດຈອດກັນ ກໍໄດ້ເອົາໃຈໃສ່ໃນການຮ່ວມມືກັນ ພ້ອມທັງມີຄວາມຮັບຜິດຊອບສູງໃນການແກ້ໄຂຄະດີຜ່ານວີດີໂອທາງໄກ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບໃນຂົງເຂດ.

    ການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນລະຫວ່າງສາມປະເທດ ມີການຂະຫຍາຍຕົວນັບມື້ນັບສູງຂຶ້ນ ສົ່ງຜົນສະທ້ອນຢ່າງຕັ້ງໜ້າ, ມີສິ່ງທ້າທາຍທີ່ພາໃຫ້ເກີດມີການກະທໍາຜິດ ແລະ ການລະເມີດກ່ຽວກັບການຄ້າສາກົນ.

    ການຮ່ວມມືຢ່າງໃກ້ຊິດລະຫວ່າງສານສາມປະເທດ ເພື່ອພິຈາລະນາແກ້ໄຂບັນຫາອາຊະຍາກໍາຂ້າມແດນ ໃຫ້ມີປະສິດທິພາບນັ້ນ ບັນຫາຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າຂ້າມຊາດ ຈະສົ່ງຜົນສະທ້ອນສໍາຄັນຕໍ່ການເຊື່ອມໂຍງເສດຖະກິດ-ສັງຄົມຢູ່ໃນພາກພື້ນ ແລະ ສາກົນຂອງແຕ່ລະປະເທດ; ສະນັ້ນ, ຈຶ່ງຕ້ອງມີຄວາມຈໍາເປັນຕ້ອງໄດ້ເພີ່ມທະວີ, ຍົກສູງຜົນຂອງການຕັດສິນຄະດີອາຊະຍາກຳຂ້າມຊາດ ໂດຍສະເພາະແມ່ນ ການຄ້າຂາຍຢາເສບຕິດ, ການຄ້າມະນຸດຂ້າມແດນ, ການລັກລອບຕັດໄມ້ທຳລາຍປ່າ, ການຄ້າ-ຂາຍສັດປ່າທີ່ຫ່ວງຫ້າມຜິດກົດໝາຍ ແລະ ອາຊະຍາກຳຈຳນວນໜຶ່ງທີ່ພົວພັນບັນຫາອື່ນໆ.

    ພ້ອມນັ້ນ, ກໍເປັນການປະກອບສ່ວນໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບ ຢູ່ໃນຂົງເຂດຂອງສາມປະເທດ ຄຽງ ຄູ່ກັບການສືບຕໍ່ດຳເນີນບັນດາການເຄື່ອນໄຫວຮ່ວມມື ໂດຍຜ່ານຮູບແບບແລກປ່ຽນ, ແບ່ງປັນປະສົບການໃນການຕັດສິນ, ປະຕິບັດ ຢ່າງມີປະສິດທິຜົນ, ສົນທິສັນຍາຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານຍຸຕິທຳ, ເພີ່ມທະວີແລກປ່ຽນ ຄະນະຜູ້ແທນ ລະຫວ່າງສານບັນດາແຂວງທີ່ມີຊາຍແດນຮ່ວມກັນ ໃນການສ້າງຕັ້ງໜ່ວຍງານປະຈໍາສານສູງຂອງແຕ່ລະປະເທດ ເພື່ອເປັນຂອດປະສານພົວພັນ, ສະໜອງຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນຂອງສາມປະເທດ.

    ໃນຕອນທ້າຍກອງປະຊຸມ, ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ຫວງ໋ຽນ ຮວ໋າ ບິງ ປະທານສານປະຊາຊົນສູງສຸດ ສສ ຫວຽດນາມ ຍັງໄດ້ລົງນາມເຊັນບົດບັນທຶກຖະແຫຼງການຮ່ວມ ເພື່ອມອບໃຫ້ ສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 7 ໃນປີ 2024 ອີກດ້ວຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.