ຄະນະຮັບຜິດຊອບກ່ຽວກັບ ການລົງກວດກາຕິດຕາມ-ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ຂອງກະຊວງ ປກສ ໄດ້ລົງກວດກາຕິດຕາມ-ຊຸກຍູ້ວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກົມໃຫຍ່ພະລາທິການ ໃນທ້າຍອາທິດຜ່ານມາ, ໂດຍມີ ສະຫາຍ ພັອ ສຸພັນທອງ ໄຄ້ຍະວົງ ຮອງຫົວໜ້າກົມກວດກາ-ກວດກາ ກົມໃຫຍ່ການເມືອງ ປກສ, ເຂົ້າຮ່ວມມີ ສະຫາຍ ພົຈວ ຄໍາແພງ ລາວລີ ຄະນະປະຈໍາພັກ ປະທານກວດກາພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ເລຂາ-ຮອງເລຂາຄະນະພັກຮາກຖານ ແລະ ໜ່ວຍພັກ ເຂົ້າຮ່ວມ.
ສະຫາຍ ພັອ ສີທອນ ພິມສີວົງ ຄະນະພັກກົມໃຫຍ່ ຮອງປະທານກວດກາພັກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະຜ່ານມາ ວ່າ:
ກົມໃຫຍ່ພະລາທິການ ໄດ້ມີວິທີນໍາພາທີ່ຖືກຕ້ອງ, ສອດຄ່ອງ, ແທດເໝາະກັບຈຸດພິເສດຂອງກົມ, ຫ້ອງ, ປະຕິບັດຕາມ 5 ຫຼັກການ 3 ທິດຊີ້ນໍາຂອງພັກ ເປັນພື້ນຖານ ເຊັ່ນ: ຖືເອົາການສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດຂອງຕົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ, ໄດ້ມີການຈັດຕັ້ງປະຕິບັດບົນພື້ນຖານຕາມມະຕິ, ຄໍາສັ່ງ, ບົດແນະນໍາ ແລະ ພາຍໃຕ້ການຊີ້ນໍາ-ນໍາພາເດັດຂາດ ໂດຍກົງຮອບດ້ານຂອງພັກ ກໍຄື ຄະນະພັກກະຊວງ, ຄະນະພັກກົມໃຫຍ່ ຖືເອົາການສໍາຫຼວດກວດກາຮ່ວມຊີວິດການເມືອງເປັນປົກກະຕິ ເພື່ອຄັດເລືອກຈັດປະເພດສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ, ຄັດເລືອກໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ໄດ້ຮັບນາມມະຍົດຕິດຕໍ່ກັນຢ່າງບໍ່ຢຸດຢັ້ງ.
ໃນກອງປະຊຸມ ຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ເພື່ອແນໃສ່ຍົກສູງທາງດ້ານຄຸນທາດການເມືອງ, ສິນທໍາປະຕິວັດ, ຄວາມຮູ້ຄວາມ-ຄວາມສາມາດ ແລະ ປະສິດທິຜົນ ເພື່ອກໍານົດໄດ້ຈຸດດີ-ຈຸດອ່ອນຂອງການຈັດຕັ້ງຮາກຖານພັກ, ກົມ, ຫ້ອງ ແລະ ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຢ່າງເລິກເຊິ່ງ, ຮັບປະກັນການເເບ່ງປະເພດການຈັດຕັ້ງຮາກຖານພັກໃຫ້ຖືກຕ້ອງ ບົນພື້ນຖານ ເພື່ອສຶກສາອົບຮົມຍົກລະດັບ, ສັບຊ້ອນ, ປັບປຸງການຈັດຕັ້ງຮາກຖານພັກ, ກົມ, ຫ້ອງ, ກອງ ແລະ ໂຮງໝໍ ໃຫ້ໜັກແໜ້ນເຂັ້ມແຂງ, ເພີ່ມທະວີບົດບາດການນໍາພາຂອງພັກໃນທຸກດ້ານ, ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍສະເພາະໃຫ້ກໍາແໜ້ນບັນດາໜ້າທີ່ 5 ຫຼັກການ 3 ທິດນໍາ ຂອງພັກປະຊາຊົນ ປະຕິວັດລາວ.