ເຕືອນໄພ ສາຍຊ໊ອບປີ້ງອອນລາຍທີ່ມັກສັ່ງເຄື່ອງ ສັ່ງໂສ້ງ ແຕ່ໄດ້ເສື້ອຂາດແທນ

0
119

ຂ່າວທົ່ວໄປ ເຕືອນໄພ..!! ສາວສາຍຊ໊ອບປີ້ງອອນລາຍ ສັ່ງໂສ້ງ ແຕ່ໄດ້ເສື້ອຂາດແທນ.ວັນທີ 13 ສິງຫາ 2022 ຜູ້ໃຊ້ເຟສບຸກ “ນາງ ດອນ” ໄດ້ໂພສກະຈ່າຍຂ່າວ ເຕືອນ ສາຍຊ໊ອບປີ້ງອອນລາຍ. ເຊີ່ງຜູ້ກ່ຽວໄດ້ສັ່ງເຄື່ອງອອນລາຍ (ໂສ້ງ ຕາມຮູບພາບ) ຈາກແມ່ຄ້າໃນເຟສບຸກ.

ຫຼັງຈາກຕົກລົງລາຄາກັນຮຽບຮ້ອຍແລ້ວ ຜູ້ກ່ຽວກໍ່ໄດ້ໂອນເງິນຄ່າເຄື່ອງໃຫ້ ແລະ ທາງຮ້ານ (ປອມ) ກໍ່ໄດ້ມີການສົ່ງບິນໃຫ້ຄັກແນ່, ແຕ່ເມື່ອເຄື່ອງຮອດ ເປີດເຄື່ອງອອກມາ ພັດບໍ່ແມ່ນໂສ້ງທີ່ຕົນເອງສັ່ງ.

ແຕ່ເປັນເສື້ອຂາດໆໂຕໜຶ່ງເທົ່ານັ້ນ ຫຼັງຈາກນັ້ນ, ທາງຮ້ານ (ປອມ) ກໍ່ໄດ້ບ໊ອກຜູ້ກ່ຽວທັນທີ.

ເລື່ອງນີ້, ຖືວ່າເປັນກໍລະນີສຶກສາ ສຳລັບທ່ານໃດທີ່ມັກຊື້ເຄື່ອງອອນລາຍ. ເພາະທຸກມື້ນີ້ ມີໂຈນມາໃນຫຼາຍຮູບແບບ, ກ່ອນຈະສັ່ງ ຫຼື ຊື້ຫຍັງຜ່ານທາງອອນລາຍ ຕ້ອງໄດ້ກວດເຊັກເບີ່ງຮ້ານ, ຄວາມໜ້າເຊື່ອຖື, ໂປຣຟຣາຍ ຫຼື ວິທີອື່ນໆ ເພື່ອບໍ່ຫຼົງເປັນເຫຍື່ອຂອງກຸ່ມຄົນບໍ່ດີ.