ຄາດວ່າລົດໄຟຂົນສົ່ງສິນຄ້າດ່ວນພິເສດລະຫວ່າງມະເລເຊຍ-ໄທ-ລາວຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາປີນີ້

0
125

ຄາດວ່າລົດໄຟຂົນສົ່ງສິນຄ້າດ່ວນພິເສດລະຫວ່າງມະເລເຊຍ-ໄທ-ລາວຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາປີນີ້ຕາມຂ່າວຈາກໜັງສືພິມລຽນເຫີຈາວປ້າວຂອງສິງກະໂປ: ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນ ຫຼື Asean Express ທີ່ເຊື່ອມຕໍ່ລະຫວ່າງມະເລເຊຍ ໄທ ແລະ ລາວຄາດວ່າຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາປີນີ້.

ວັນທີ 11 ສິງຫານີ້, ບໍລິສັດທາງລົດໄຟມະເລເຊຍໄດ້ອອກຖະແຫຼງການໂດຍລະບຸວ່າ, ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນແມ່ນເດີນທາງອອກຈາກມະເລເຊຍໄປສູ່ປະເທດລາວ, ຢູ່ກາງທາງຈະແວ່ປະເທດໄທ, ມີໄລຍະທາງຍາວທັງໝົດ 2.206 ກິໂລແມັດ, ຄາດວ່າຈະໃຊ້ເວລາເດີນທາງ 72 ຊົ່ວໂມງ.

ເນື້ອໃນຖະແຫຼງການດັ່ງກ່າວລະບຸຕື່ມວ່າ, ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນແມ່ນຈຸດເລີ່ມຕົ້ນທີ່ບໍລິສັດທາງລົດໄຟມະເລເຊຍບຸກເບີກຕະຫຼາດສາກົນ, ແລະສາມາດຖືເປັນຄວາມພະຍາຍາມເພື່ອຊຸກຍູ້ແຜນການທາງລົດໄຟພາກພື້ນອາຊີທີ່ເລີ່ມຈາກນະຄອນຄຸນໝິງຂອງຈີນ ໄປຮອດສິງກະໂປ.