ສະຖານະການນ້ຳຖ້ວມ ເມືອງຊຽງຮ່ອນ ແລະ ເມືອງຄອບ ແຂວງໄຊຍະບູລີ

0
137

ຂປລ. ແຫລ່ງຂ່າວ ຈາກແຂວງໄຊຍະບູລີ ລາຍງານ ໃຫ້ຮູ້ວ່າ: ໃນວັນທີ 11-12 ສິງຫາ 2022 ນີ້, ເນື່ອງຈາກເກີດມີຝົນຕົກຕິດຕໍ່ກັນຫລາຍຊົ່ວໂມງ ຢູ່ເມືອງຄອບ ແລະ ເມືອງຊຽງຮ່ອນ ແຂວງໄຊ

ຍະບູລີ ເຮັດໃຫ້ນໍ້າປ່າໄຫລລົງສູ່ແມ່ນໍ້າສາຍຕ່າງໆ ກໍ່ໃຫ້ເກີດນໍ້າຖ້ວມເຮືອນຊານ, ບ້ານຊ່ອງ, ພື້ນທີທຳການຜະລິດ ຂອງປະຊາຊົນ ແລະ ຖະໜົນຖົນທາງບາງສາຍ ໂດຍສະເພາະແມ່ນບັນດາບ້ານທີ່ຕັ້ງລຽບຕາມແຄມສາຍນໍ້າຕ່າງໆ ສ້າງຄວາມເສຍຫາຍເປັນຈຳນວນ ຫລາຍ.

ສະເພາະ ຢູ່ເມືອງຄອບ ມີຫລາຍບ້ານທີ່ໄດ້ຮັບຜົນກະທົບໜັກ ເປັນຕົ້ນ, ບ້ານຫ້ວຍນົກກົດ, ບ້ານ ນໍ້າພ້າວ, ບ້ານສະຖານ, ບ້ານຜາບ່ອງ, ບ້ານຫ້ວຍພະນ້ອຍ ແລະ ບ້ານປາງໄຮ. ສ່ວນ ເມືອງຊຽງ

ຮ່ອນ ແມ່ນບ້ານປົ່ງຄຳ ທີ່ໄດ້ຮັບຜົນກະທົບ, ປັດຈຸບັນ ຍັງບໍ່ສາມາດປະເມີນຄ່າເສຍຫາຍໄດ້ເທື່ອ ເພາະພາກສ່ວນທີ່ກ່ຽວຂ້ອງ ພວມລົງສໍາຫລວດເກັບກໍາຂໍ້ມູນຄວາມເສຍຫາຍຕົວຈິ່ງ ໃນແຕ່ລະບ້ານ.
ສ່ວນຢູ່ເມືອງໄຊຍະບູລີ ປັດຈຸບັນ ລະດັບນ້ຳຮຸ່ງ ແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ຍັງບໍ່ທັນມີລາຍງານຜົນກະທົບ.

ດັ່ງນັ້ນ, ຂໍໃຫ້ປະຊາຊົນ, ພະນັກງານ-ລັດຖະກອນ, ພະນັກ ງານ ທະຫານ-ຕໍາຫລວດ ທົ່ວແຂວງໄຊຍະບູລີ ເປັນເຈົ້າ ການໃນການຕິດຕາມ ເຝົ້າລະວັງ ແລະ ຕິດຕາມສະພາບດິນຟ້າອາກາດ ຈາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ ໂດຍສະເພາະປະຊາຊົນ ທີ່ອາໄສຢູ່ລຽບຕາມສາຍນ້ຳ ຕ່າງໆ ຕ້ອງເຝົ້າລະວັງເປັນພິເສດ.