ບໍລິສັດ ລົດໄຟ ລາວ-ຈີນ ແຈ້ງເພີ່ມຖ້ຽວລົດໄຟ! ໃນວັນທີ 12-14 ສິງຫາ 2022

0
116

ແຈ້ງເພີ່ມຖ້ຽວລົດໄຟ! ໃນວັນທີ 12-14 ສິງຫາ 2022ບໍລິສັດ ລົດໄຟ ລາວ-ຈີນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 12-14 ສິງຫາ 2022 ຈະໄດ້ເພີ່ມຂະບວນລົດໄຟຂົນສົ່ງໂດຍສານ EMU ຖ້ຽວ C86/5 ແລ່ນຈາກສະຖານີນະຄອນຫຼວງ ວຽງຈັນ ຫາ ສະຖານີ ເມືອງໄຊ ໄປ-ກັບ 1 ຄູ່ ແລະ ລົດໄຟ EMU ຖ້ຽວ C92/1 ແລ່ນຈາກສະຖານີ ນະຄອນຫຼວງ ວຽງຈັນ ຫາ ສະຖານີ ຫຼວງພະບາງ ໄປ-ກັບ 1 ຄູ່.

ລົດໄຟ EMU ຖ້ຽວ C92 ອອກຈາກສະຖານີ ນະຄອນຫຼວງ ວຽງຈັນ ເວລາ 9:20 ໂມງ ແລະ ຮອດສະຖານີ ຫຼວງພະບາງ ເວລາ 11:13 ໂມງ. ລົດໄຟຖ້ຽວ C91 ອອກຈາກ ຫຼວງພະບາງ ເວລາ 11:40 ໂມງ ແລະ ຮອດສະຖານີນະຄອນຫຼວງ ວຽງຈັນ ເວລາ 13:33 ໂມງ.

ລົດໄຟ EMU ຖ້ຽວ C86 ອອກຈາກສະຖານີ ນະຄອນຫຼວງ ວຽງຈັນ ເວລາ 10:10 ໂມງ ແລະ ຮອດສະຖານີ ເມືອງໄຊ ເວລາ 13:45 ໂມງ. ລົດໄຟຖ້ຽວ C85 ອອກຈາກສະຖານີ ເມືອງໄຊ ເວລາ 14:25 ໂມງ ແລະ ຮອດສະຖານີ ນະຄອນຫຼວງ ວຽງຈັນ ເວລາ 17:48 ໂມງ.