ແຂວງສາລະວັນ ເລັ່ງແກ້ໄຂຫລາຍບັນຫາຂໍ້ຄົງຄ້າງພາຍໃນແຂວງໃຫ້ຫລຸລ່ວງໂດຍໄວ

0
122

ແຫລ່ງຂ່າວຈາກແຂວງສາລະວັນລາຍງານວ່າ: ຢາເສບຕິດ, ການດຶງດູດການລົງທຶນພາຍໃນ ແລະ ຕ່າງ ປະເທດ, ການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ, ການຊຸກຍູ້ສົ່ງເສີມການຜະລິດ, ປູກຝັງ-ລ້ຽງສັດເປັນສິນ ຄ້າ, ການສົ່ງເສີມທຸລະກິດແບບຄອບຄົວ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ສະກັດກັ້ນການລັກຂຸດຄົ້ນຊັບພະຍາກອນທຳມະຊາດ, ການຄຸ້ມຄອງປ່າ 3 ປະເພດ, ການປ້ອງກັນພະຍາດໄຂ້ຍຸງລາຍ ແລະຕົວ ຊີ້ວັດອື່ນໆໃນຂົງເຂດການສຶກສາ, ສາທາ, ແຮງງານ ແລະ ອື່ນໆເປັນບັນຫາທີ່ອົງການປົກຄອງແຂວງເລັ່ງແກ້ໄຂໃຫ້ສຳເລັດໂດຍໄວໃນຕໍ່ໜ້າ.

ທ່ານ ໂພໄຊ ໄຊຍະສອນ ກ່າວຕໍ່ກອງປະຊຸມເປີດກວ້າງຄັ້ງທີ 6 ຊຸດທີ IX ໃນວັນທີ 9 ສິງຫາ 2022 ວ່າ: ການເລັ່ງແກ້ໄຂບັນຫາເຫລົ່ານີ້ເພື່ອໃຫ້ສອດຄ່ອງໃນການຈັດຕັ້ງປະຕິບັດຈຸດສຸມການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ, ການຄຸ້ມຄອງ 3 ປະເພດປ່າ, ມາດຕະການຕອບໂຕ້ ແລະ ປ້ອງກັນພະຍາດໄຂ້ຍຸງລາຍ ແລະ ອື່ນໆ.


ແຂວງສາລະວັນ ເລັ່ງແກ້ໄຂຫລາຍບັນຫາຂໍ້ຄົງຄ້າງພາຍໃນແຂວງໃຫ້ຫລຸລ່ວງໂດຍໄວ