ເພື່ອເປັນການວາງແຜນກຽມຄວາມພ້ອມຕອບໂຕຕໍ່ກັບເຫດການໄພພິບັດທີ່ອາດຈະເກີດຂື້ນໃນ 6 ເດຶອນທ້າຍປີ 2022 ແຂວງສາລະວັນກໍ່ໄດ້ກະກຽມແຜນຄວາມພ້ອມຕອບໂຕໄພພິບັດທີ່ອາດຈະເກີດຂື້ນເປັນຕົ້ນສຳເລັດການເຜີຍແຜ່ກົດມາຍ ແລະນິຕິກຳກ່ຽວກັບວຽກງານຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ, ບ້ານ ແລະໄດ້ສຳເລັດການຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ 6 ເດຶອນ
ຕົ້ນ ແລະແຜນກຽມຕອບໂຕກັບເຫດການໄພພິບັດທີ່ອາດຈະເກີດຂື້ນ 6 ເດຶອນ ທ້າຍປີ 2022, ພ້ອມທັງຕິດຕາມສະພາບດິນຟ້າອາກາດເພື່ອເຜົ້າລະວັງ ແລະແຈ້ງເຕືອນໄພໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ເພື່ອຫຼຸດຜ່ອນຄວາມສ່ຽງ, ໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາພະແນການທີ່ກ່ຽວຂ້ອງກຽມຄວາມພ້ອມໃນການຮັບມືຕາມໜ້າທີ່ພາລະບົດບາດຂອງຕົນ ແລະໄດ້ກຳນົດບ້ານທີ່ມີຄວາມສຽງທີ່
ອາດຈະເກີດນໍ້າຖ້ວມໃນຊ້ວງລະດູຝົນ ມີທັງໝົດ 100 ບ້ານ, ເຊິ່ງເປັນບ້ານທີ່ຕັ້ງລຽບຕາມແຄມແມ່ນໍ້າ, ຕັ້ງຢູ່ເປີ້ນພູ ແລະ ຮ່ອມພູຈຸດພື້ນທີ່ຕໍ່າຂອງຈຳນວນ 4 ເມືອງໃນທົ່ວແຂວງທີ່ມີຄວາມສຽງອາດຈະເກີດນຳຖ້ວມໃນນັ້ນໄດ້ກຳນົດຈຸຫຼົບໄພຊົ່ວຄາວ 90 ຈຸດ, ໃນເຂດເມືອງສາລະວັນມີ, 38 ຈຸດ, ເມືອງ ວາປີມີ 26 ຈຸດ, ເມືອງຄົງເຊໂດນມີ 15 ຈຸດ ແລະ ເມືອງຕະໂອ້ຍມີ 11 ຈຸດ ໄດ້
ມີການແບ່ງຄວາມຮັບຜິດຊອບໃຫ້ຈຸດຫຼົບໄພແຕ່ລະຈຸດເປັນສູນບັນຊາ ລາຍງານຂໍ້ມູນຜົນກະທົບ-ເສຍຫາຍ ແລະຂໍ້ການຊ່ວຍເຫຼືອຮີບດ່ວນ, ( ສຳລັບເມືອງຄົງເຊໂດນ ແມ່ນໄດ້ຮັບທຶນບ້ວງຄະນະຄຸ້ມຄອງໄພພິບັດຈຳນວນ 50 ລ້ານກີບ ໃນການປັບປຸງ ມາຮອດປະຈຸບັນສຳເລັດແລ້ວ ) ໄດ້ສຳເລັດການມອບຮັບຈຸດຫຼົບໄພຊົ່ວຄາວ ບ້ານ ທວງເຊ ເມືອງ ຄົງເຊໂດນໂດຍໄດ້ຮັບທຶນສະໜັບສະໜູນ
ຈາກ UNDP ມູນຄ່າ 332 ລ້ານກວ່າກີບ, ໄດ້ກໍານົດເສັ້ນທາງບົກ ແລະ ເສັ້ນທາງເດີນເຮືອ ແຕ່ບ້ານ ຫາຈຸຫຼົບໄພ ໃນການອົບພະຍົບ ແລະຄວາມພ້ອມດ້ານຕ່າງໆເປັນຕົ້ນ: ດ້ານພາຫານະລົດດັບເພີງມີ 10 ຄັນ, ລົດເຊອາ 8 ຄັນ, ລົດເຊອາ, ລົດຕູ້ 6 ຄັນ, ລົດບັນທຸກ 2 ຄັນ, ລົດສະແຕກນຳ 1 ຄັນ ແລະລົດນຳສົ່ງຄົນເຈັບ, ເຮືອກູ້ໄພ 2 ລໍ່າ, ເຮືອຢາງທອງແບນ 1 ລໍ່າ, ເຕັ່ນພັກຊົ່ວຄາວ 35 ດາງ, ເສື້ອຊຸຊີບ 100 ຜືນ, ດ້ານກຳລັງພົນມີທັງໝົດ 1 ພັນກວ່າຄົນ, ທະຫານ 570 ຄົນ, ປກສ 400 ຄົນ ແລະແພດ 100 ຄົນ ແລະເຂົ້າແຮ່ຂອງແຂວງມີ 497.560 ກິໂລ
ສະເພາະໃນໄລຍະ 6 ເດຶອນ ຜ່ານມາ ໄດ້ເກີດມີໄພພິບັດທັງໝົດ 18 ຄັ້ງມີ 43 ບ້ານ 282 ຄອບຄົວ, ມີ 1.577 ຄົນ, ຍິງ 780 ຄົນບາດເຈັບ 1 ຄົບ ຄາດຄະເນມູນຄ່າການເສຍຫາທັງໝົດ 3.650.301.000 ກີບ, ການແກ້ໄຂສຸກເສີນ ແລະຊ່ວຍເຫຼືອບັນເທົ່າທຸກໃນເບື້ອງຕົ້ນທາງອຳນາດການປົກຄອງແຂວງ ແລະຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນກໍ່ໄດ້ເອົາໃຈໃສ່ໃນການລະດົມ
ທຸກພາກສ່ວນຊ່ວຍເຫຼືອເປັນຕົ້ນກໍ່ແມ່ນເຂົ້າກິນ, ເຄື່ອງໃຊ້ຄົວເຮືອ, ເຄື່ອງນຸ່ງຮົມ, ເຄື່ອງບ່ອນຢູ່, ບ່ອນນອນເຊັ່ນ: ສາດ, ໜອນ, ມຸ່ງ, ຜ້າຫົ່ມ ແລະເຄື່ອງໃຊ້ອື່ນໆທີ່ຈຳເປັນໃນຊີວິດປະຈຳວັນ ລວມມູນຄ່າການຊ່ວຍເຫຼືອໃນເບື່ອງຕົ້ນ 48.406.000 ກີບ
ໄລຍະຜ່ານມາແຂວງສາລະວັນເຄີຍເກີດມີສະພາບໄພພິບັດນໍ້າຖ້ວມຢ່າງຮຸ້ນແຮງ 2019 ມີປະຊາຊົນໄດ້ຮັບຜົນກະທົບຢ່າງຫຼວງຫຼາຍເຊັ່ນ: ມີນໍ້າຖວ້ມ 219 ບ້ານ, ມີ 35.698 ຄອບຄົວ, ມີພົນລະເມືອງ 139.221 ຄົນ, ເມືອງ ສາລະວັນ 93 ບ້ານ, ມີ 17.771 ຄອບຄົວ, ພົນລະເມືອງ 71.083 ຄົນ, ຖ້ວມໜັກ 43 ບ້ານ, ມີ 8.346 ຄອບຄົວ, ພົນລະເມືອງ 39.649 ຄົນ,
ເມືອງ ວາປີ ນ້ຳຖ້ວມໜັກ 21 ບ້ານ, ມີ 3. 653 ຄອບຄົວ, ພົນລະເມືອງ 18.424 ຄົນ, ເມືອງ ຄົງເຊໂດນ: ຖືກນ້ຳຖ້ວມ 71 ບ້ານ, ນໍ້າຖ້ວມໜັກ 47 ບ້ານ, 10.147 ຄອບຄົວ, ພົນລະເມືອງ 49.515 ຄົນ.ເມືອງຕຸ້ມລານ 3 ບ້ານ, ລວມມູນຄ່າການເສຍຫາຍທັງໝົດ 730. 398. 372.565 ກີບ
ຂໍ້ມູນດັ່ງກ່າວແມ່ນອີງຕາມບົດລາຍງານຂອງທ່ານ ບົວໄລ ແສງແກ້ວມີກໍ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ສາລະວັນ ທີ່ໄດ້ລາຍງານຕໍ່ກອງປະຊຸມ ເປີດກວ້າງຄັ້ງທີ 7 ສະໄໝທີ IX ໃນອາທິດທີ່ຜ່ານມາ ເດຶອນກໍລະກົດ 2022 ຢູ່ທີ່ສະໂມສອນ ແຂວງສາລະວັນ