ອໍານາດການປົກຄອງ ແຂວງສາລະວັນ ກຽມແຜນຄວາມພ້ອມຕອບໂຕ້ກັບເຫດການໄພພິບັດທີ່ອາດຈະເກີດຂື້ນໃນໄລບະ 6 ເດຶອນ ທ້າຍປີ 2022, ໃນນັ້ນ ໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາພະແນກການທີ່ກ່ຽວຂ້ອງກຽມຄວາມພ້ອມໃນການຮັບມືຕາມໜ້າທີ່ພາລະບົດບາດຂອງຕົນ ແລະ ໄດ້ກຳນົດບ້ານທີ່ມີຄວາມສ່ຽງທີ່ອາດຈະເກີດນໍ້າຖ້ວມໃນໄລຍະລະດູຝົນ ມີທັງໝົດ 100 ບ້ານທີ່ຕັ້ງລຽບຕາມແຄມແມ່ນໍ້າ, ຕັ້ງຢູ່ເປີ້ນພູ ແລະ ຮ່ອມພູຈຸດພື້ນທີ່ຕໍ່າພາຍໃນແຂວງ.
ໃນນັ້ນ ໄດ້ກຳນົດຈຸດຫຼົບໄພຊົ່ວຄາວ 90 ຈຸດ ໃນເຂດເມືອງສາລະວັນ 38 ຈຸດ, ເມືອງ ວາປີ 26 ຈຸດ, ເມືອງຄົງເຊໂດນ 15 ຈຸດ ແລະ ເມືອງຕະໂອ້ຍ 11 ຈຸດ, ພ້ອມກັນນັ້ນ ກໍໄດ້ແບ່ງຄວາມຮັບຜິດຊອບໃຫ້ຈຸດຫຼົບໄພແຕ່ລະຈຸດເປັນສູນບັນຊາ ລາຍງານຂໍ້ມູນຜົນກະທົບ-ເສຍຫາຍ ແລະ ຂໍການຊ່ວຍເຫຼືອຮີບດ່ວນ, ພ້ອມກັນນັ້ນ ໄດ້ກໍານົດເສັ້ນທາງບົກ ແລະ ເສັ້ນທາງເດີນເຮືອ ແຕ່ບ້ານ ຫາ
ຈຸດຫຼົບໄພ ໃນການອົບພະຍົບ ແລະ ຄວາມພ້ອມດ້ານຕ່າງໆເປັນຕົ້ນ: ດ້ານພາຫານະລົດດັບເພີງມີ 10 ຄັນ, ລົດເຊອາ 8 ຄັນ, ລົດຕູ້ 6 ຄັນ, ລົດບັນທຸກ 2 ຄັນ, ລົດສະແຕກນຳ້ 1 ຄັນ, ເຮືອກູ້ໄພ 2 ລໍາ, ເສື້ອຊຸຊີບ 100 ຜືນ, ດ້ານກຳລັງພົນມີທັງໝົດ 1 ພັນກວ່າຄົນ, ແພດ 100 ຄົນ, ເຂົ້າແຮຂອງແຂວງມີ 497.560 ກິໂລ ແລະ ອື່ນໆ ອີກ.
ທ່ານ ບົວໄລ ແສງແກ້ວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ສາລະວັນ ໄດ້ລາຍງານຕໍ່ກອງປະຊຸມເປີດກວ້າງຄັ້ງທີ 7 ສະໄໝທີ IX ໃນທ້າຍເດືອນກໍລະກົດ 2022 ຜ່ານມາ
ນີ້ ທີ່ສະໂມສອນ ແຂວງສາລະວັນ ວ່າ: ໄລຍະ 6 ເດືອນ ຜ່ານມາ ໄດ້ເກີດມີໄພພິບັດທັງໝົດ 18 ຄັ້ງ ມີ 43 ບ້ານ 282 ຄອບຄົວ ຊຶ່ງການແກ້ໄຂສຸກເສີນ ແລະ ຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ
ທາງອຳນາດ ການປົກຄອງແຂວງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນກໍ່ໄດ້ເອົາໃຈໃສ່ໃນການລະດົມທຸກພາກສ່ວນຊ່ວຍເຫຼືອເປັນຕົ້ນກໍ່ແມ່ນເຂົ້າກິນ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ, ເຄື່ອງບ່ອນຢູ່ບ່ອນນອນເຊັ່ນ: ສາດ, ໜອນ, ມຸ້ງ, ຜ້າຫົ່ມ ແລະ ເຄື່ອງໃຊ້ອື່ນໆທີ່ຈຳເປັນໃນຊີວິດປະຈຳວັນ.
ປີ 2019 ຜ່ານມາ ແຂວງສາລະວັນ ກໍເຄີຍເກີດມີສະພາບໄພພິບັດນໍ້າຖ້ວມຢ່າງຮຸນແຮງ ຊຶ່ງ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຢ່າງຫຼວງຫຼາຍເຊັ່ນ: ເມືອງ ສາລະວັນ ນ້ຳຖ້ວມໜັກ 43 ບ້ານ, ມີ 8.346 ຄອບຄົວ; ເມືອງ ວາປີ ນ້ຳຖ້ວມໜັກ 21 ບ້ານ, ມີ 3. 653 ຄອບຄົວ; ເມືອງ ຄົງເຊໂດນ ຖືກນ້ຳຖ້ວມ 71 ບ້ານ, ມີ 10.147 ຄອບຄົວ ແລະ ເມືອງຕຸ້ມລານ 3 ບ້ານ ຖືກນ້ຳຖ້ວມ ຊຶ່ງລວມມູນຄ່າການເສຍຫາຍທັງໝົດ 730 ຕື້ກວ່າກີບ.
ແຫຼ່ງຂ່າວ: ໜັງສືພິມສາລະວັນ