ນະຄອນຫລວງວຽງຈັນ ອາດຈະມີຝົນຕົກໜັກ ແລະ ລົມພັດແຮງຢູ່ບາງບໍລິເວນ

0
125

ນະຄອນຫລວງວຽງຈັນ ອາດຈະມີຝົນຕົກໜັກ ແລະ ລົມພັດແຮງຢູ່ບາງບໍລິເວນກົມອຸຕຸນິຍົມ ໄດ້ໃຫ້ຮູ້ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງພາດຜ່ານຢູ່ເຂດພາກກາງ ລົງຫາ ພາກໃຕ້ ຂອງປະເທດລາວ ປ່ອງໃສ່ບໍລິເວນຄວາມກົດດັນອາກາດຕໍ່າ ທີ່ມີກໍາລັງແຮງປົກຄຸມຢູ່ເຂດພາກເໜືອຂອງປະເທດຫວຽດນາມ ສົມທົບ ກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫຍ່

ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້
ໂດຍສະເພາະນະຄອນຫລວງວຽງຈັນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ແລະ ອຸນຫະພູມໃນ ລະຫວ່າງ 24-28 ອົງສາ