ຂ່າວດ່ວນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງເຊກອງ ແຈ້ງເຕືອນໄພລະດັບນໍ້າເຊກອງ 8-11 ສິງຫາ 2022 ວັນທີ 8 ສິງຫາ2022 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເຊກອງ ໄດ້ອອກປະກາດແຈ້ງເຕືອນໄພ ຕາມແຈ້ງການຂອງ ບໍລິສັດຮຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກ ພາກກາງຂອງ ສ.ສ ຫວຽດນາມ ຈະມີການປ່ອຍນ້ຳຈາກອ່າງ
ເກັບນ້ຳທີ່ເຂື່ອນໄຟຟ້າ ອາເລື້ອຍ ໃນລະຫວ່າງວັນທີ 8-11 ສິງຫາ 2022 ລະດັບນ້ຳເຊກອງຈະມີປະລິມານເພີ້ມຂື້ນຈາກລະດັບປົກກະຕິກະທັນຫັນ ເນື່ອງຈາກວ່າທາງບໍລິສັດ ຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກພາກກາງ (ອາເລື້ອຍ) ປະເທດ ສສ ຫວຽດນາມ ຈະໄດ້ປ່ອຍອອກຈາກອ່າງນ້ຳຂອງເຂື່ອນໄຟຟ້າໃນບໍລິມາດ 100-500 ແມັດກ້ອນຕໍ່ວິນາທີ ລະດັບນ້ຳເຊກອງເວລາ 7:00 ໂມງຂອງວັນທີ 8
ສິງຫາ 2022 ແທກໄດ້ 2,14 ແມັດ ແລະ ຄາດຄະເນວ່າລະດັບນ້ຳເຊກອງຈະມີປະລິມານສູງຂື້ນເຖິງ 5,50-6,50 ແມັດ ລະດັບນ້ຳເຂດເຕືອນໄພ 17,50 ແມັດ ເຂດອັນຕະລາຍ 18,50 ແມັດ
ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງແລະ ອົງການຈັດຕັ້ງທຸກພາກສ່ວນອ້ອມຂ້າງແລະ ຕົວເມືອງ ຕະຫຼອດຮອດພໍ່ຄ້າ ຊາວຂາຍ ຫົວໜ່ວຍທຸລະກິດທຸກພາກສ່ວນ ແລະພໍ່ແມ່ປະຊາຊົນບັນດາເຜົ່າທີ່ຕັ້ງຖິ່ນຖານທີ່ຢູ່ລຸ່ມເຂື່ອນ ແລະ ຕາມແລວສາຍນ້ຳ ມີສະຕິ ເກັບມ້ຽນເຄື່ອງຂຶ້ນທີ່ສູງ ແລະ ຕິດຕາມການແຈ້ງການຈາກທາງການເປັນໄລຍະ.
Cr: ເຊກອງວັນນີ້ Sekong today