ທ່ານນາຍົກລັດຖະມົນຕີຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ ປັບປຸງການບໍລິການໃຫ້ດີຂຶ້ນ

0
125

ນາຍົກລັດຖະມົນຕີຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ ປັບປຸງການບໍລິການໃຫ້ດີຂຶ້ນ

ວັນທີ່ 7 ສິງຫາ 2022 ນີ້ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງພະບາງ ມີການນຳຂອງແຂວງ ແລະຄະນະຮັບຜິຊອບສະຖານີລົດໄຟຫຼວງພະບາງ ໃຫ້ການຕ້ອນຮັບ.

ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟ ໃຫ້ມີຄວາມທັນສະໄໝ ແລະສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ, ລວມທັງປັບປຸງຈຸດລໍຖ້າຂຶ້ນລົດ ແລະເຂົ້າສະຖານີ ໃຫ້ມີຄວາມສະດວກ ໃຫ້ກັບຜູ້ມາໃຊ້ບໍລິການ.

ສຳລັບສະຖານີຫຼວງພະບາງ ເປັນສະຖານີລະດັບສອງຂອງແລວທາງລົດໄຟລາວ-ຈີນຮອງຈາກສະຖານີນະຄອນຫຼວງວຽງຈັນ, ມີເນື້ອທີ່ຫຼາຍກວ່າ 7.000 ຕາແມັດ, ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ, ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກ ສອດຄ່ອງກັບມໍລະດົກໂລກຫຼວງພະບາງ, ມີພະນັກງານທັງໝົດ ເກືອບ 100 ຄົນ ໃນນັ້ນ ເປັນຄົນລາວສ່ວນໃຫຍ່ ແລະ

ພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫຼາຍກວ່າ 30 ຄົນ, ປັດຈຸບັນພວມສືບຕໍ່ໃນການປັບປຸງສິ່ງອຳນວຍຄວາມສະດວກ, ເປັນຕົ້ນ ຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂຶ້ນລົດໄຟ ແລະອື່ນໆ.

ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຈຳໜ່າຍປີ້ລົດໄຟແລ້ວເກືອບ 2 ແສນປີ້, ສະເພາະເດືອນກໍລະກົດ ເປັນໄລຍະທີ່ມີການໃຊ້ບໍລິການຫຼາຍກວ່າໝູ່ ເຊິ່ງມີຜູ້ໂດຍສານຂາອອກທັງໝົດ 53.436 ຄົນ, ສ່ວນສະຖານີຂົນສົ່ງສິນຄ້າ ແມ່ນມີ 2 ຊ່ອງທາງສຳລັບຄ່ຽນຖ່າຍສິນຄ້າ, ແຕ່ລະຊ່ອງທາງສາມາດບັນຈຸສິນຄ້າໄດ້ 32 ຕູ້, ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສິນຄ້າປະມານ 10.000 ຕາແມັດ

ສາມາດຮອງຮັບຕູ້ສິນຄ້າໄດ້ 924 ຕູ້, ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕ່ນຕໍ່ປີ, ປັດຈຸບັນມີສິນຄ້າສົ່ງອອກປະເພດແຮ່ເຫຼັກ, ແປ້ງມັນຕົ້ນ ແລະຢາງພາລາ, ສ່ວນສິນຄ້ານຳເຂົ້າປະກອບມີປະເພດປຸຍ ແລະເຫຼັກຈຳນວນໜຶ່ງ, ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ໄດ້ມີສິນຄ້າສົ່ງອອກ 3.519 ຕູ້, ນ້ຳໜັກ 146.662ໂຕນ.